ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ
ຢັ້ງຢືນຄືນໃໝ່ກ່ຽວກັບການຮັກສາສັນຕິພາບ, ເຄົາລົບກົດໝາຍສາກົນຢູ່ທະເລຕາເວັນອອກ
ກປ.ອອນໄລ - ວັນທີ 7 ເມສາ, ທ່ານ ຫງວຽນກ໊ວກຢຸ້ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ, ຫົວໜ້າ SOM ອາຊຽນ ຫວຽດນາມ ໄດ້ນໍາໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ເຊິ່ງໄດ້ຈັດຂຶ້ນຜ່ານລະບົບທາງໄກ.
ກ່າວຄໍາເຫັນທີ່ກອງປະຊຸມ, ບັນດາປະເທດໄດ້ເຫັນດີເປັນເອກະພາບຍູ້ແຮງຄວາມມານະພະຍາຍາມຜັນຂະຫຍາຍບັນດາບຸລິມະສິດ, ການກໍານົດທິດທີ່ໄດ້ຕົກລົງກັນແນໃສ່ຮັກສາທ່າກໍ່ສ້າງປະຊາຄົມອາຊຽນ, ພັດທະນາການພົວພັນຕ່າງປະເທດ, ເພີ່ມທະວີການຮ່ວມມືເພື່ອຮັບມືກັບພະຍາດໂຄວິດ-19 ກໍຄືສິ່ງທ້າທາຍທີ່ກໍາລັງເກີດຂຶ້ນ; ພ້ອມທັງຢັ້ງຢືນຄືນໃໝ່ກ່ຽວກັບການສະໜັບສະໜູນຂໍ້ລິເລີ່ມໂດຍປະເທດເຈົ້າພາບ ບຣູໄນ ສະເໜີໃນປີອາຊຽນ 2021...
    |
 |
ທ່ານ ຫງວຽນກ໊ວກຢຸ້ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ. ພາບ: ກະຊວງການຕ່າງປະເທດຫວຽດນາມ. |
ກ່ຽວກັບບັນຫາສາກົນ ແລະພາກພື້ນ, ກອງປະຊຸມໄດ້ຮັບຮູ້ຄວາມວິຕົກກັງວົນກ່ຽວກັບການຜັນແປທີ່ສັບສົນໃນໄລຍະຜ່ານມາຢູ່ທະເລຕາເວັນອອກ, ໃນນັ້ນມີການຂົ່ມຂູ່, ບັງຄັບ, ລະເມີດກົດໝາຍສາກົນ ແລະສົນທິສັນຍາຂອງ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) 1982, ເຊິ່ງໄດ້ສົ່ງຜົນສະທ້ອນເຖິງສັນຕິພາບ ແລະຄວາມໝັ້ນຄົງຢູ່ພາກພື້ນ ແລະໄດ້ໄປຝືນກັບຄໍາໝັ້ນສັນຍາໃນຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ແລະສ້າງບັນຍາກາດອັນບໍ່ດີໃຫ້ແກ່ການເຈລະຈາໃນການສ້າງກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC)...
ທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີ ຫງວຽນກ໊ວກຢຸ້ງ ໄດ້ຢັ້ງຢືນຄືນໃໝ່ການສະໜັບສະໜູນ ແລະຄໍາໝັ້ນສັນຍາຂອງຫວຽດນາມ ສໍາລັບບັນດາບຸລິມະສິດ, ຂໍ້ລິເລີ່ມຮ່ວມມືອາຊຽນ 2021; ຖືວ່່າ ບັນດາບຸລິມະສິດ, ຂໍ້ລິເລີ່ມເຫຼົ່ານີ້ ຄວນອີງໃສ່ໝາກຜົນທີ່ອາຊຽນ ບັນລຸໄດ້ໃນປີ 2020, ພິເສດແມ່ນໃນການກໍ່ສ້າງປະຊາຄົມອາຊຽນ, ການປ້ອງກັນ, ຕ້ານ, ຄວບຄຸມ ແລະຟື້ນຟູຫຼັງໂຄວິດ-19, ທ່ານ ຫງວຽນກ໊ວກຢຸ້ງ ກໍແບ່ງປັນຄວາມວິຕົກກັງວົນກ່ຽວກັບການຜັນແປທີ່ສັບສົນໃນໄລຍະຜ່ານມາຢູ່ທະເລຕາເວັນອອກ ແລະສະໜີໃຫ້ອາຊຽນ ຮັກສາຄວາມສາມັກຄີ, ຫຼັກໝັ້ນ, ຫຼັກການ ແລະຄວາມມານະພະຍາຍາມໃນການເຈລະຈາ ເພື່ອສ້າງ COC ໃຫ້ມີປະສິດທິຜົນ, ແທດຈິງ, ສອດຄ່ອງກັບກົດໝາຍສາກົນ, ໃນນັ້ນມີ UNCLOS 1982.
ໂດຍ: ໄຊຊະນະ