ໃນການສົນທະນາທາງໂທລະສັບ, ສອງຝ່າຍເຫັນດີເປັນເອກະພາບສົມທົບກັນປະຕິບັດບັນດາຂໍ້ຕົກລົງລະຫວ່າງການນຳຂັ້ນສູງຂອງສອງປະເທດຢ່າງມີປະສິດທິຜົນ, ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຍົກສູງປະສິດທິຜົນວຽກງານຄຸ້ມຄອງຊາຍແດນເພື່ອທັງສະກັດກັ້ນການແຜ່ລະບາດຂອງພະຍາດ, ທັງຮັບປະກັນຄວາມສະດວກໃນການຈໍລະຈອນສິນຄ້າຜ່ານດ່ານຊາຍແດນ.

leftcenterrightdel
ທ່ານ ຟ້າມມີງຈິ໊ງ ນາຍົກລັດຖະມົນຕີ ແຫ່ງ ສສ.ຫວຽດນາມ ສົນທະນາທາງໂທລະສັບກັບທ່ານ Samdech Techo Hun Sen ນາຍົກລັດຖະມົນຕີ ແຫ່ງ ລາຊະອານາຈັກກຳປູເຈຍ. ພາບ: baochinhphu.vn

ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນໃນບັນດາເວທີປາໄສຫຼາຍຝ່າຍ, ພ້ອມກັບບັນດາປະເທດສະມາຊິກອື່ນໆຮັກສາຄວາມສາມັກຄີ, ຊຸກຍູ້ບົດບາດເປັນໃຈກາງຂອງອາຊຽນ. ທ່ານ ຟ້າມມີງຈິ໊ງ ໄດ້ສະແດງຄວາມຂອບໃຈກຳປູເຈຍ ທີ່ໄດ້ສະໜັບສະໜູນຫວຽດນາມ ດໍາລົງຕໍາແໜ່ງປະທານອາຊຽນ 2020 ຢ່າງສຳເລັດຜົນ, ທ່ານຢືນຢັນວ່າຫວຽດນາມ ຈະສະໜັບສະໜູນກຳປູເຈຍ ຈັດຕັ້ງກອງປະຊຸມສຸດຍອດອະນຸພາກພື້ນແມ່ນ້ຳຂອງເປີດກວ້າງ (GMS) ຄັ້ງທີ 7 ແລະກອງປະຊຸມຂັ້ນສູງການຮ່ວມມືອາຊີ-ເອີຣົບ (ASEM) ຄັ້ງທີ 13 ໃນປີ 2021 ໃຫ້ປະສົບຜົນສໍາເລັດ.

ທ່ານ ຟ້າມມີງຈິ໊ງ ໄດ້ເຊື້ອເຊີນທ່ານ Samdech Techo Hun Sen ມາຢ້ຽມຢາມຫວຽດນາມ. ສ່ວນທ່ານ Samdech Techo Hun Sen ກໍ່ສະແດງຄວາມປາດຖະໜາຢາກຕ້ອນຮັບທ່ານ ຟ້າມມີງຈິ໊ງ ມາຢ້ຽມຢາມກຳປູເຈຍ ໃນເວລາທີ່ເໝາະສົມ. ເນື່ອງໃນໂອກາດບຸນປີໃໝ່ກໍາປູເຈຍ, ທ່ານ ຟ້າມມີງຈິ໊ງ ໄດ້ສົ່ງຄໍາອວຍພອນທີ່ດີງາມທີ່ສຸດເຖິງການນໍາ ແລະປະຊາຊົນກໍາປູເຈຍ.

ໂດຍ: ທະນາພອນ