ທີ່ການສົນທະນາທາງໂທລະສັບ, ທ່ານ ຫງວຽນຝູຈ້ອງ ໄດ້ຢັ້ງຢືນວ່າ ພັກ ແລະລັດຫວຽດນາມ ຖືເປັນສໍາຄັນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງຫວຽດນາມ-ສະຫະພັນລັດເຊຍ; ສະແດງຄວາມຂອບອົກຂອບໃຈຕໍ່ປະຊາຊົນໂຊວຽດໃນເມື່ອກ່ອນ ແລະປະຊາຊົນລັດເຊຍອ້າຍນ້ອງໃນປະຈຸບັນ ທີ່ຍາມໃດກໍ່ໃຫ້ການຊ່ວຍເຫຼືອຢ່າງສຸດຈິດສຸດໃຈແກ່ຫວຽດນາມ, ພ້ອມທັງສະແດງຄວາມປາດຖະໜາວ່າ ສາຍພົວພັນຫວຽດນາມ-ສະຫະພັນລັດເຊຍ ນັບມື້ນັບພັດທະນາ, ນໍາມາເຊິ່ງຜົນປະໂຫຍດຢ່າງແທດຈິງໃຫ້ປະຊາຊົນສອງປະເທດ, ປະກອບສ່ວນໃຫ້ສັນຕິພາບ, ການພັດທະນາຂອງພາກພື້ນ ແລະສາກົນ.

leftcenterrightdel
ບັນຍາກາດທີ່ການສົນທະນາທາງໂທລະສັບ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລະທ່ານ  Vladimir Putin ປະທານາທິບໍດີສະຫະພັນລັດເຊຍ ໄດ້ແລກປ່ຽນກ່ຽວກັບສະພາບການສອງປະເທດໃນໄລຍະມໍ່ໆມານີ້, ສະແດງຄວາມປິຕິຊົມຊື່ນຕໍ່ໝາກຜົນເຊິ່ງສອງຝ່າຍບັນລຸໄດ້, ພ້ອມທັງເນັ້ນໜັກວ່າ ສາຍພົວພັນສອງຝ່າຍຫວຽດນາມ-ສະຫະພັນລັດເຊຍ ມີບາດກ້າວພັດທະນາອັນດີງາມທີ່ສຸດໃນຫຼາຍຂົງເຂດ.  ໃນໄລຍະຈະມາເຖິງ, ສອງຝ່າຍຈະສືບຕໍ່ມານະພະຍາຍາມມີມາດຕະການລະອຽດ ເພື່ອຊຸກຍູ້ການຮ່ວມມືໃນຂົງເຂດປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ພະລັງງານ, ນໍ້າມັນອາຍແກັສ, ເສດຖະກິດ, ການຄ້າ, ການສຶກສາ-ບໍາລຸງສ້າງ, ການທ່ອງທ່ຽວ, ການປ້ອງກັນ, ຕ້ານພະຍາດໂຄວິດ-19.

ແບ່ງປັນທັດສະນະລວມກ່ຽວກັບຄວາມຈໍາເປັນຕ້ອງການກໍ່ສ້າງສາຍພົວພັນສາກົນທີ່ປອດໃສ, ເຄົາລົບນັບຖືເຊິ່ງກັນ ແລະກັນ, ມິດຕະພາບ, ສະເໝີພາບ, ການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດ, ແກ້ໄຂຄວາມບໍ່ລົງລອຍກັນຜ່ານການເຈລະຈາ ແລະບັນດາມາດຕະການສັນຕິພາບໃນສະພາບການສາກົນຄືປັດຈຸບັນ, ຫວຽດນາມ ແລະສະຫະພັນລັດເຊຍ ຈະສືບຕໍ່ສົມທົບກັນຢ່າງມີປະສິດທິຜົນກວ່າອີກທີ່ບັນດາເວທີປາໄສພາກພື້ນ ແລະສາກົນ, ເພື່ອສັນຕິພາບ, ສະຖຽນລະພາບ, ການພັດທະນາຢູ່ພາກພື້ນອາຊີ-ປາຊີຟິກ ແລະໃນໂລກ.

ໂດຍ: ທູຈາງ