ກ່າວຄໍາເຫັນທີ່ການພົບປະສັງສັນ, ທ່ານ ຟ້າມບິ່ງມິງ ໄດ້ຮັບຮູ້ຜົນງານທີ່ບັນລຸໄດ້ໃນວຽກງານກໍ່ສ້າງພັກຢູ່ຕ່າງປະເທດ ໃນຊຸມປີຜ່ານມາ; ພ້ອມທັງເນັ້ນໜັກວ່າ:  60 ປີໄດ້ສ້າງຂີດໝາຍແຫ່ງການຫັນປ່ຽນໃໝ່ພາຍຫຼັງໜຶ່ງປີທີ່ຜັນຂະຫຍາຍການປະຕິບັດມະຕິຕົກລົງສະບັບເລກທີ 209-QĐ/TW ຂອງກົມການເມືອງ ວ່າດ້ວຍການໂຮມເຂົ້າກັນລະຫວ່າງອົງຄະນະພັກຢູ່ຕ່າງປະເທດກັບອົງຄະນະພັກກະຊວງການຕ່າງປະເທດ. ການຕິດພັນວຽກງານກໍ່ສ້າງພັກຂອງອົງການຈັດຕັ້ງພັກຢູ່ຕ່າງປະເທດໃສ່ກັບການປະຕິບັດໜ້າທີ່ການເມືອງການພົວພັນຕ່າງປະເທດ ແມ່ນມີຈຸດເລີ່ມຕົ້ນມາຈາກຄວາມສໍາຄັນຂອງສອງວຽກງານນີ້, ສາມາດລະດົມແຫຼ່ງກໍາລັງການພົວພັນຕ່າງປະເທດໃຫ້ແກ່ວຽກງານພັກ, ນໍາເອົາວຽກງານພັກຢູ່ຕ່າງປະເທດໃຫ້ທຽບເທົ່າກັບໜ້າທີ່ໃໝ່.

leftcenterrightdel
ທ່ານ ຟ້າມບິ່ງມິງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ກ່າວຄໍາເຫັນທີ່ການພົບປະສັງສັນເນື່ອງໃນໂອກາດສະເຫຼີມສະຫຼອງວັນມູນເຊື້ອວຽກງານພັກຢູ່ຕ່າງປະເທດ ຄົບຮອບ 60 ປີ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ ຟ້າມບິ່ງມິງ ສະເໜີວ່າ ຕ້ອງສຸມໃສ່ໄຈ້ແຍກສະພາບການ, ຄວາມສະດວກ, ຄວາມຫຍຸ້ງຍາກໃນວຽກງານພັກຢູ່ຕ່າງປະເທດໃນປັດຈຸບັນ ແລະໃນໄລຍະຈະມາເຖິງໃຫ້ຈະແຈ້ງ; ຫັນເນື້ອໃນວຽກງານພັກຢູ່ຕ່າງປະເທດໃນບັນດາໂຄງການ, ແຜນການວຽກງານຂອງຄະນະບໍລິຫານງານພັກ, ຄະນະພັກກະຊວງ ແລະບັນດາອົງການຈັດຕັ້ງພັກໃນທົ່ວອົງຄະນະພັກໃຫ້ເປັນລະອຽດ; ຍົກສູງກໍາລັງຄວາມສາມາດຂອງຖັນແຖວພະນັກງານທີ່ເຮັດວຽກງານພັກຢູ່ຕ່າງປະເທດ; ຕ້ອງມີການກວດກາ, ກະຕຸກຊຸກຍູ້ວຽກງານພັກຢູ່ຕ່າງປະເທດໃຫ້ເປັນປະຈຳ...

ໂດຍ: ກວຽດເຕິມ