ທີ່ການສົນທະນາທາງໂທລະສັບ, ທ່ານ ໂຕແອັງຢູງ ສະແດງຄວາມປາດຖະໜາຢາກ ອັງກິດແບ່ງປັນບົດຮຽນກ່ຽວກັບຍຸດທະສາດສັກວັກຊິນກັນພະຍາດໂຄວິດ-19, ພ້ອມທັງສ້າງຄວາມສະດວກໃຫ້ແກ່ຫວຽດນາມກວ່າອີກ ໃນການສະໜອງວັກຊີນຄັ້ງຕໍ່ໄປ. ທ່ານ ໂຕແອັງຢູງ ເຫັນດີເປັນເອກະພາບຕໍ່ເລື່ອງສອງຝ່າຍເຊື່ອມຕໍ່ການເຄື່ອນໄຫວແລກປ່ຽນຄະນະຜູ້ແທນໂດຍໄວ ແລະຜັນຂະຫຍາຍບັນດາກົນໄກຮ່ວມມືຫຼັກແຫຼ່ງ ເພື່ອແນໃສ່ສ້າງກໍາລັງໜູນໃໝ່ໃຫ້ສາຍພົວພັນຄູ່ຮ່ວມມືຍຸດທະສາດໃນຂົງເຂດຕ່າງໆຄື: ການເມືອງ, ການທູດ, ການຄ້າ, ການລົງທຶນ, ການຮ່ວມມືພັດທະນາ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວັດທະນະທໍາ, ການສຶກສາ, ສາທາລະນະສຸກ, ວິທະຍາສາດເຕັກໂນໂລຢີ, ການແລກປ່ຽນປະຊາຊົນ...

leftcenterrightdel
ທ່ານ ໂຕແອັງຢູງ, ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ. ພາບ: baoquocte.vn.

ສ່ວນທ່ານ Nigel Adams ຢືນຢັນວ່າ, ອັງກິດ ພ້ອມແລ້ວທີ່ຈະຮ່ວມມືກັບຫວຽດນາມ ໃນຂອບເຂດຫຼາຍຝ່າຍ, ເຊີດຊູການປະຕິບັດກົດໝາຍສາກົນ, ໃນນັ້ນມີສົນທິສັນຍາ ສະຫະປະຊາຊາດ ກ່ຽວກັບກົດໝາຍວ່າດ້ວຍທະເລ 1982 ເພື່ອສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ ແລະຢູ່ໃນໂລກ.

ສອງຝ່າຍກໍ່ແລກປ່ຽນບາງບັນຫາສາກົນ ແລະພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ເຫັນດີເປັນເອກະສັນຕໍ່ການຮ່ວມມືຢ່າງແໜ້ນແຟ້ນ ເພື່ອຮັບປະກັນໃຫ້ກອງປະຊຸມສະຫະປະຊາຊາດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP-26) ໂດຍອັງກິດ ເປັນເຈົ້າພາບຈັດຕັ້ງໃນທ້າຍປີ 2021 ໃຫ້ປະສົບຜົນສໍາເລັດ.

ໂດຍ: ທູຈາງ