ທີ່ກອງປະຊຸມ, ບັນດາລັດຖະມົນຕີເສດຖະກິດອາຊຽນ ໄດ້ຮັບຮອງເອົາ 10 ຂໍ້ລິເລີ່ມ ແລະບຸລິມະສິດຮ່ວມມືດ້ານເສດຖະກິດຂອງ ບຣູໄນ ໃນປີປະທານອາຊຽນ 2021 ຂອງປະເທດນີ້. ບັນດາຂໍ້ລິເລີ່ມ ແລະບຸລິມະສິດດັ່ງກ່າວໄດ້ສ້າງຂຶ້ນຕາມ 3 ການກຳນົດທິດຫຼັກແມ່ນ: ຟື້ນຟູ, ຫັນເປັນດີຈີຕອນ ແລະລັກສະນະຍືນຍົງ, ສຸມໃສ່ເຂົ້າບັນດາຂົງເຂດສຳຄັນ, ຄື: ສ້າງຄວາມສະດວກໃຫ້ແກ່ການຄ້າ, ການທ່ອງທ່ຽວ, ພະລັງງານ, ເຕັກໂນໂລຢີຂໍ້ມູນຂ່າວສານ, ບໍ່ແຮ່, ພັດທະນາແບບຍືນຍົງ…

leftcenterrightdel
ທ່ານ ເຈິ່ນກວ໋ກແຄ໋ງ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະການຄ້າຫວຽດນາມ ເຂົ້າຮ່ວມກອງປະຊຸມ. ພາບ: ມີງອານ.

ກອງປະຊຸມກໍ່ໄດ້ເຫັນດີເປັນເອກະພາບຕໍ່ບັນດາບຸລິມະສິດໃນໂຄງການດຳເນີນງານປະຈຳປີ 2021 ກ່ຽວກັບດ້ານເສດຖະກິດເຊິ່ງລວມມີ 68 ເນື້ອໃນທີ່ແຕກຕ່າງກັນ, ຂຶ້ນກັບບັນດາຂົງເຂດການຄ້າສິນຄ້າ, ການຄ້າບໍລິການ, ການລົງທຶນ, ການສ້າງຄວາມສະດວກໃນການເຄື່ອນຍ້າຍຂອງຄົນງານທີ່ມີສີມືແຮງງານ ແລະນັກທຸລະກິດ, ການແກ່ງແຍ້ງ, ການປົກປ້ອງຜູ້ບໍລິໂພກ, ຊັບສິນທາງປັນຍາ, ການຄ້າເອເລັກໂຕນິກ; ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະກາງ...

leftcenterrightdel
ກອງປະຊຸມວົງແຄບຂອງລັດຖະມົນຕີເສດຖະກິດອາຊຽນ ຄັ້ງທີ 27 (AEM 27 Retreat) ໄດ້ຈັດຂຶ້ນຜ່ານລະບົບທາງໄກ. ພາບ: ມີງອານ.

ກ່າວຄໍາເຫັນທີ່ກອງປະຊຸມ, ຫວຽດນາມ ສະແດງຄວາມສະໜັບສະໜູນຕໍ່ບັນດາຂໍ້ລິເລີ່ມຂອງບຣູໄນ ໃນປີປະທານອາຊຽນ 2021, ພ້ອມທັງຢັ້ງຢືນວ່າ ຫວຽດນາມ ຈະສືບຕໍ່ຮ່ວມມືກັບບັນດາປະເທດອາຊຽນຢ່າງແໜ້ນແຟ້ນ ເພື່ອປະຕິບັດບັນດາເປົ້າໝາຍລວມຂອງປະຊາຄົມເສດຖະກິດອາຊຽນ.

ນອກຈາກບັນດາເນື້ອໃນປຶກສາຫາລືກ່ຽວກັບການຮ່ວມມືດ້ານເສດຖະກິດພາຍໃນກຸ່ມແລ້ວ, ບັນດາລັດຖະມົນຕີກໍ່ປຶກສາຫາລືກ່ຽວກັບບັນຫາຮ່ວມມືດ້ານເສດຖະກິດຢູ່ນອກກຸ່ມອີກ, ເປັນຕົ້ນແມ່ນສຳຫຼວດກວດຄືນສັນຍາການຄ້າສິນຄ້າລະຫວ່າງອາຊຽນ-ອິນເດຍ (AITIGA), ການຮ່ວມມືລະຫວ່າງອາຊຽນ  ແລະສະຫະພາບເອີຣົບ (ອີຢູ). ບັນດາລັດຖະມົນຕີເສດຖະກິດອາຊຽນ ກໍ່ໃຫ້ຮູ້ວ່າ ພວມມານະພະຍາຍາມຜັນຂະຫຍາຍລະບຽບການໃຫ້ສັດຕະຍາບັນສັນຍາຄູ່ຮ່ວມມືຮອບດ້ານພາກພື້ນ (RCEP) ໂດຍໄວ ເພື່ອປະກອບສ່ວນເຂົ້າໃນວິວັດການຟື້ນຟູເສດຖະກິດຫຼັງພະຍາດໂຄວິດ-19.

ໂດຍ: ຫງວຽນກຸກ