ທ່ານ ບຸ່ຍແທງເຊີນ ໄດ້ແບ່ງປັນກ່ຽວກັບສະພາບການຂອງຫວຽດນາມ, ໃນນັ້ນມີຜົນງານພົ້ນເດັ່ນຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ, ບັນດາມາດຕະການຮັບມືກັບພະຍາດໂຄວິດ-19, ການພັດທະນາເສດຖະກິດ ແລະການຮັບປະກັນຊີວິດສັງຄົມ. ທ່ານຮອງລັດຖະມົນຕີ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະປາດຖະໜາຢາກສືບຕໍ່ເຮັດໃຫ້ການພົວພັນມິດຕະພາບທີ່ເປັນມູນເຊື້ອແບບພິເສດ ແລະການຮ່ວມມືຮອບດ້ານກັບກູບາ ເລິກເຊິ່ງກວ່າອີກ. ທ່ານ Marcelino Medina González ແຈ້ງໃຫ້ຊາບກ່ຽວກັບສະພາບການຂອງກູບາ ແລະບັນດາມາດຕະການແກ້ໄຂຄວາມຫຍຸ້ງຍາກທີ່ເກີດຈາກການຂວ້ຳບາດ ແລະພະຍາດໂຄວິດ-19, ຜັນຂະຫຍາຍແນວທາງການພັດທະນາຮູບແບບເສດຖະກິດ - ສັງຄົມ.

leftcenterrightdel
ຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມປຶກສາຫາລື. ພາບ: baoquocte.vn

ການນຳກະຊວງການຕ່າງປະເທດສອງປະເທດໄດ້ກວດຄືນ ແລະຕີລາຄາບັນດາຂົງເຂດການຮ່ວມມືລະຫວ່າງສອງປະເທດ ແລະສອງກະຊວງການຕ່າງປະເທດ, ປຶກສາຫາລືບັນດາມາດຕະການ ເພື່ອພັດທະນາຢ່າງເລິກເຊິ່ງ ແລະຮອບດ້ານກວ່າອີກໃນໄລຍະຈະມາເຖິງ. ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຊຸກຍູ້ການຢ້ຽມຢາມຂັ້ນສູງເມື່ອມີເງື່ອນໄຂ, ຜັນຂະຫຍາຍກົນໄກການຮ່ວມມືຢ່າງມີປະສິດທິຜົນ, ເພີ່ມທະວີການແລກປ່ຽນລະຫວ່າງບັນດາກະຊວງ, ຂະແໜງການ ແລະປະຊາຄົມວິສາຫະກິດຂອງສອງປະເທດ, ສົ່ງເສີມການພົວພັນການຄ້າ-ການລົງທຶນ ແລະການຮ່ວມມືໃນຂົງເຂດຄວາມໝັ້ນຄົງດ້ານສະບຽງອາຫານ, ການສຶກສາ, ສາທາລະນະສຸກ, ວິທະຍາສາດ ແລະເຕັກໂນໂລຢີ, ວັດທະນະທຳ, ກິລາ-ການທ່ອງທ່ຽວ. ສອງຝ່າຍກໍ່ແລກປ່ຽນຢ່າງເລິກເຊິ່ງກ່ຽວກັບບັນຫາສາກົນ ແລະພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ; ເຫັນດີເປັນເອກະພາບສືບຕໍ່ສົມທົບ ແລະສະໜັບສະໜູນ ເຊິ່ງກັນ ແລະກັນຢູ່ບັນດາອົງການຈັດຕັ້ງສາກົນ ແລະເວທີປາໄສຫຼາຍຝ່າຍ ເຊິ່ງຫວຽດນາມ ແລະກູບາ ເປັນສະມາຊິກ.

ໂດຍ: ທະນາພອນ