ທີ່ກອງປະຊຸມ, ບັນດາປະເທດສະມາຊິກສະພາຄວາມໝັ້ນຄົງກ່າວຄໍາເຫັນສະໜັບສະໜູນລັດຖະບານອີຣັກ ຜັນຂະຫຍາຍບັນດາມາດຕະການປະຕິຮູບທີ່ຈໍາເປັນເພື່ອຕອບສະໜອງຄວາມມຸ່ງມາດປາດຖະໜາອັນຊອບທໍາຂອງປະຊາຊົນ ແລະຊົມເຊີຍການຈັດຕັ້ງການເລືອກຕັ້ງໂດຍໄວໃນເດືອນ ມິຖຸນາ 2021. ບັນດາປະເທດກໍ່ສະແດງຄວາມວິຕົກກັງວົນຕໍ່ຜົນກະທົບຢ່າງເລິກເຊິ່ງຈາກພະຍາດໂຄວິດ-19 ແລະບັນດາຄວາມຫຍຸ້ງຍາກອື່ນທີ່ພວມວາງອອກສໍາລັບ ອີຣັກ; ຮຽກຮ້ອງ ອີຣັກ ຄວນສືບຕໍ່ມານະພະຍາຍາມຕ້ານກໍ່ການຮ້າຍ. ບັນດາປະເທດສະພາຄວາມໝັ້ນຄົງລ້ວນແຕ່ຖືວ່າປະຊາຄົມສາກົນຄວນໜູນຊ່ວຍອີຣັກ. ສະໜັບສະໜູນບັນດາຄວາມມານະພະຍາຍາມຂອງຄະນະປະຕິບັດງານ ສປຊ ໜູນຊ່ວຍ ອີຣັກ (UNAMI) ແລະບັນດາອົງການຈັດຕັ້ງຂອງ ສປຊ ໃນການໜູນຊ່ວຍອີຣັກ; ພ້ອມທັງເຄົາລົບເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນຂອງປະເທດນີ້.

leftcenterrightdel
ບັນຍາກາດທີ່ກອງປະຊຸມຂອງສະພາຄວາມໝັ້ນຄົງ ສປຊ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານ ດັ້ງດິ່ງກຸ໊ຍ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ ສປຊ ຕີລາຄາກ່ຽວກັບຄວາມມານະພະຍາຍາມຂອງລັດຖະບານອີຣັກ ແລະບັນດາຄວາມກ້າວໜ້າທີ່ບັນລຸໄດ້ຢູ່ ອີຣັກ ໃນໄລຍະຜ່ານມາ. ທ່ານ ດັ້ງດິ່ງກຸ໊ຍ ສະແດງຄວາມວິຕົກກັງວົນຕໍ່ການຜັນແປຂອງພະຍາດໂຄວິດ-19, ບັນດາເຫດບຸກໂຈມຕີໃສ່ສາມັນຊົນ ແລະສະພາບມະນຸດສະທໍາຢູ່ອີຣັກ ດ້ວຍປະຊາຊົນນັບລ້ານຄົນພວມຕ້ອງປະເຊີນໜ້າກັບຄວາມອຶດຫິວທຸກຍາກ, ຂຶ້ນກັບການໜູນຊ່ວຍຂອງປະຊາຄົມສາກົນ. ພ້ອມທັງຖືວ່າໜ້າທີ່ແຖວໜ້າແມ່ນຄວນປົກປ້ອງປະຊາຊົນ ແລະເນັ້ນໜັກຕ້ອງຮັບປະກັນເຄົາລົບເອກະລາດດ້ານການເມືອງ, ເອກະພາບ, ອະທິປະໄຕ ແລະຜືນແຜ່ນດິນອັນຄົບຖ້ວນຂອງປະເທດນີ້.

ໂດຍ: ເຈິ່ນຮວ່ຽນ