ກ່າວຄຳເຫັນທີ່ພິທີໄຂເວທີປາໄສ, ທ່ານ ເຈິ່ນແອັງຕ໊ວນ ຮອງລັດຖະມົນຕີກະຊວງພາຍໃນຫວຽດນາມ ຊີ້ແຈ້ງວ່າ ຫວຽດນາມ ແລະບັນດາປະເທດສະມາຊິກອາຊຽນ ລ້ວນແຕ່ຕີລາຄາສູງຕໍ່ບົດບາດຂອງຊາວໜຸ່ມໃນການກໍ່ສ້າງ, ເຊື່ອມໂຍງ ແລະເຊື່ອມຕໍ່ປະຊາຄົມອາຊຽນ. ນີ້ແມ່ນແຫຼ່ງຊັບພະຍາກອນມະນຸດໜຸ່ມທີ່ມີຄວາມສຳຄັນຂອງບັນດາປະເທດ, ການເຊື່ອມຕໍ່ລະຫວ່າງປະຈຸບັນ ແລະອະນາຄົດ, ຮັດແໜ້ນນ້ຳໃຈສາມັກຄີ, ມິດຕະພາບລະຫວ່າງບັນດາປະເທດໃນພາກພື້ນ ແລະສາກົນ.

leftcenterrightdel
ທ່ານ  ເຈິ່ນແອັງຕ໊ວນ ຮອງລັດຖະມົນຕີກະຊວງພາຍໃນ ເປັນປະທານກອງປະຊຸມ. ພາບ: ສຳນັກຂ່າວສານຫວຽດນາມ.

ທ່ານ ເຈິ່ນແອັງຕ໊ວນ ໃຫ້ຮູ້ວ່າດ້ວຍຄວາມຮັບຜິດຊອບແມ່ນອົງການຄຸ້ມຄອງລັດຂອງຫວຽດນາມ ຕໍ່ກັບຊາວໜຸ່ມ, ກະຊວງພາຍໃນ ເປັນເຈົ້າພາບຈັດຕັ້ງເວທີປາໄສເຈລະຈາຊາວໜຸ່ມ ແລະປະຊາຄົມອາຊຽນປີ 2020 ເພື່ອແນໃສ່ສືບຕໍ່ເສີມຂະຫຍາຍບົດບາດຕະລຸມບອນ, ຫົວຄິດປະດິດສ້າງຂອງຊາວໜຸ່ມໃນການເຂົ້າຮ່ວມແກ້ໄຂບັນດາບັນຫາສັງຄົມຂອງປະເທດ, ພາກພື້ນ ແລະສະເໜີແນວຄວາມຄິດກ່ຽວກັບບັນດານະໂຍບາຍກ່ຽວຂ້ອງເພື່ອຍົກສູງຄຸນນະພາບຊີວິດການເປັນຢູ່ຂອງຊາວໜຸ່ມ, ປະຊາຊົນໃນປະຊາຄົມອາຊຽນ, ປະກອບສ່ວນປະຕິບັດເປົ້າໝາຍ, ວິໄສທັດຂອງປະຊາຄົມວັດທະນະທຳສັງຄົມອາຊຽນໃນປີ 2025 ໃຫ້ສຳເລັດ.

ເວທີປາໄສກໍ່ສ້າງກາລະໂອກາດພົບປະແລກປ່ຽນວັດທະນະທຳລະຫວ່າງຊາວໜຸ່ມບັນດາປະເທດອາຊຽນ ກໍ່ຄືແລກປ່ຽນ, ແບ່ງປັນບົດຮຽນໃນການສ້າງ ແລະປະຕິບັດນະໂຍບາຍພັດທະນາຊາວໜຸ່ມ; ເຮັດໃຫ້ສຳເລັດກົນໄກຮ່ວມມື, ພົບປະແລກປ່ຽນຊາວໜຸ່ມເພື່ອແນໃສ່ຊຸກຍູ້ການປະຕິບັດນະໂຍບາຍພັດທະນາຊາວໜຸ່ມລະຫວ່າງບັນດາອົງການກ່ຽວຂ້ອງຂອງບັນດາປະເທດອາຊຽນ.

ທ່ານນາງ Rodora T.Babaran, ຜູ້ອໍານວຍການຮັບຜິດຊອບການພັດທະນາຊັບພະຍາກອນມະນຸດ, ກົມປະຊາຄົມວັດທະນະທຳ-ສັງຄົມອາຊຽນ ສັງກັດຄະນະເລຂາອາຊຽນ ໃຫ້ຮູ້ວ່າ ຄະນະເລຂາອາຊຽນ ຕີລາຄາສູງຕໍ່ບັນດາຄວາມມານະພະຍາຍາມຂອງຫວຽດນາມ ທີ່ຈັດຕັ້ງເວທີປາໄສເຈລະຈາຊາວໜຸ່ມອາຊຽນ ໃນສະພາບທີ່ປະສົບກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງຍ້ອນພະຍາດໂຄວິດ-19.

ໂດຍ: ແສງເດືອນ