ບັນດາສະຫາຍຕາງໜ້າການນໍາພັກ, ລັດ, ບັນດາກະຊວງ, ຂະແໜງການ ແລະນາຍ ແລະພົນທະຫານ, ນັກຮົບໃນກອງທັບ, ການນໍາ, ປະຊາຊົນແຂວງກວ໋າງຈິ ເປັນຈໍານວນຫຼວງຫຼາຍ ໄດ້ມາເຂົ້າຮ່ວມ ແລະຖະຫວາຍທູບທຽນ. ແຕ່ເວລາ 7 ໂມງ 00 ນາທີ ຮອດເວລາ 10 ໂມງ 00 ນາທີີ, ດໍາເນີນພິທີໄວ້ອາໄລ, ພິທີເຄົາລົບສົບ ແລະພິທີເຄື່ອນຍ້າຍສົບ.

leftcenterrightdel
ທ່ານ ເຈືອງຮວ່າບີ່ງ ຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານຫວຽດນາມ ນໍາໜ້າຄະນະເຂົ້າຮ່ວມພິທີໄວ້ອາໄລພະນັກງານ, ນັກຮົບ 22 ຄົນ. ພາບ: ຮືວຕ໊ຽນ.

ການເສຍສະຫຼະຊີວິດຂອງພະນັກງານ, ນັກຮົບ 22 ຄົນຂອງຄະນະເສດຖະກິດ-ປ້ອງກັນຊາດ 337 ໄດ້ສ້າງຄວາມໂສກເສົ້າເສຍດາຍອັນລົ້ນເຫຼືອໃນດວງໃຈປະຊາຊົນ, ເພື່ອນຮ່ວມກອງ, ແມ່ນຄວາມເຈັບປວດອັນໃຫຍ່ຫຼວງຕໍ່ກັບຄອບຄົວ ແລະຍາດຕິພີ່ນ້ອງ.

ທີ່ພິທີໄວ້ອາໄລ, ທ່ານ ເຈືອງຮວ່າບີ່ງ ຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານຫວຽດນາມ ໄດ້ຂຽນຄວາມໃນໃຈໃສ່ປຶ້ມໄວ້ອາໄລວ່າ “ນີ້ແມ່ນການເສຍສະຫຼະອັນໃຫຍ່ຫຼວງ, ສ້າງຄວາມໂສກເສົ້າເສຍດາຍອັນລົ້ນເຫຼືອຕໍ່ພະນັກງານ, ນັກຮົບໃນທົ່ວກອງທັບ ແລະປະຊາຊົນທົ່ວປະເທດ ພ້ອມທັງແມ່ນຄວາມເຈັບປວດ, ການສູນເສຍທີ່ໃຫຍ່ຫຼວງທີ່ສຸດຂອງສະຫາຍ 22 ຄົນ, ບັນດາພະນັກງານ, ນັກຮົບທີ່ກ້າຫານເດັດດ່ຽວຕໍ່ກັບພໍ່ແມ່ປະຊາຊົນຢູ່ເຂດຫ່າງໄກສອກຫຼີກ”.

leftcenterrightdel
ບັນດາຄະນະເຂົ້າຮ່ວມພິທີໄວ້ອາໄລ. ພາບ: ຮືວຕ໊ຽນ.

ເພື່ອສະແດງຄວາມຮູ້ບຸນຄຸນຕໍ່ການເສຍສະຫຼະຊີວິດຂອງພວກອ້າຍ, ວັນທີ 20 ຕຸລາ, ປະທານປະເທດ ໄດ້ເຊັນຂໍ້ຕົກລົງມອບຫຼຽນໄຊປົກປັກຮັກສາປະເທດຊາດໃຫ້ພະນັກງານ, ນັກຮົບ 22 ຄົນທີ່ເສຍສະຫຼະຊີວິດໃນຂະນະໄປປະຕິບັດໜ້າທີ່ຕ້ານໄພທໍາມະຊາດຢູ່ແຂວງກວ໋າງຈິ. ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຊັນຂໍ້ຕົກລົງມອບໃບຢັ້ງຢືນ “ປະເທດຊາດຈາລຶກບຸນຄຸນ” ໃຫ້ພວກອ້າຍ.

ໂດຍ: ດັ້ງດັ້ງ