ທີ່ການຕ້ອນຮັບ, ທ່ານນາງ Carolyn Turk ໃຫ້ຮູ້ວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາພື້ນຖານເສດຖະກິດມີການເຕີບໂຕບວກໃນປີນີ້. ສິ່ງດັ່ງກ່າວຈະນໍາມາເຊິ່ງທ່າແຮງໃນການແກ່ງແຍ້ງອັນໃຫຍ່ຫຼວງໃຫ້ແກ່ຫວຽດນາມ ໃນລະບົບຕ່ອງໂສ້ການສະໜອງທົ່ວໂລກ, ເປັນຕົ້ນແມ່ນໃນສະພາບທີ່ຫຼາຍປະເທດໃນໂລກຍັງປິດປະຕູເພື່ອຮັບມືກັບພະຍາດໂຄວິດ-19.

ເມື່ອແລກປ່ຽນກ່ຽວກັບບັນດາໂຄງການເຊິ່ງ WB ພວມຜັນຂະຫຍາຍຢູ່ຫວຽດນາມ, ທ່ານນາງ Carolyn Turk ຊີ້ແຈ້ງວ່າ, ແຫຼ່ງເງິນລົງທຶນພາກລັດຂອງຫວຽດນາມ ພວມໄດ້ຍູ້ໄວຄວາມຄືບໜ້າ, ເຖິງຢ່າງໃດກໍ່ຕາມບັນດາແຫຼ່ງທຶນຕ່າງໆ ຄິື ODA ພວມຊັກຊ້າ ແລະຕໍ່າທີ່ສຸດເມື່ອທຽບໃສ່ກັບບັນດາປະເທດໃນໂລກ. WB ພ້ອມແລ້ວທີ່ຈະເຮັດວຽກກັບບັນດາກະຊວງ, ຂະແໜງການຂອງຫວຽດນາມ ເພື່ອແກ້ໄຂຄວາມຫຍຸ້ງຍາກ, ຍູ້ໄວຄວາມຄືບໜ້າໃນການປ່ອຍເງິນ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ຕ້ອນຮັບທ່ານນາງ Carolyn Turk. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານ ຫງວຽນຊວນຟຸກ ເນັ້ນໜັກວ່າ ລັດຖະບານ, ບັນດາກະຊວງ, ຂະແໜງການຂອງຫວຽດນາມ ປາດຖະໜາຢາກໄດ້ຮັບຄໍາປຶກສານະໂຍບາຍຈາກ WB. ທ່ານ ຫງວຽນຊວນຟຸກ ສະແດງຄວາມຂອບໃຈ WB ທີ່ໄດ້ໃຫ້ຄໍາໝັ້້ນສັນຍາໜູນຊ່ວຍແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທໍາມະຊາດຢູ່ພາກກາງ; ຢັ້ງຢືນວ່າ ລັດຖະບານ, ທ່ານນາຍົກລັດຖະມົນຕີ ພວມຊີ້ນໍາບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຍົກສູງຈິດໃຈຄວາມຮັບຜິດຊອບ, ຊຸກຍູ້ການປ່ອຍແຫຼ່ງທຶນ ODA ຢ່າງເຂັ້ມງວດ. ທ່ານ ຫງວຽນຊວນຟຸກ ຕີລາຄາສູງຕໍ່ເລື່ອງ WB ໄດ້ອະນຸມັດບ້ວງເງິນໜູນຊ່ວຍ 12 ຕື້ໂດລາສະຫະລັດໃຫ້ບັນດາປະເທດຢູ່ທົ່ວໂລກ, ໃນນັ້ນມີຫວຽດນາມ ເພື່ອຊື້ ແລະຜັນຂະຫຍາຍວັກຊິນກັນຍະຍາດ.

ທ່ານ ຫງວຽນຊວນຟຸກ ປາດຖະໜາວ່າ ທ່ານນາງ Carolyn Turk ຈະຮ່ວມເດີນທາງພ້ອມກັບລັດຖະບານຫວຽດນາມ ປະຕິບັດເປົ້າໝາຍຄວບຄູ່, ທັງຕ້ານພະຍາດໂຄວິດ-19 ແລະຟື້ນຟູເສດຖະກິດ...

ໂດຍ: ທະນາພອນ