leftcenterrightdel
ຄະນະຫວຽດນາມ ເຂົ້າຮ່ວມກອງປະຊຸມສໍາມະນາທາງໄກ. ພາບ: baoquocte.vn.

ທ່ານ ສຈ ດັ້ງຫງວຽນແອັງ ຮອງປະທານສະພາມະຫາບັນດິດວິທະຍາສາດສັງຄົມຫວຽດນາມ ເນັ້ນໜັກວ່າ ສອງຝ່າຍຕ້ອງເປີດກວ້າງບັນດາການເຄື່ອນໄຫວດ້ານການຄ້າ-ການລົງທຶນກວ່າອີກ; ຊຸກຍູ້ດ້ານການຄ້າ; ສົ່ງເສີມບັນດາວິສາຫະກິດບໍ່ພຽງແຕ່ບັນດາຮາກຖານໃຫຍ່ເທ່ົານ້ັນ, ຫາກບັນດາວິສາຫະກິດຂະໜາດກາງ ແລະໜ້ອຍ ຂອງ ສີລັງກາ ທີ່ລົງທຶນເຂົ້າອີກດ້ວຍ.

ທ່ານ Jayanath Colombage ເລຂາກະຊວງການຕ່າງປະເທດສີລັງກາ ຖືວ່າ: ສີລັງກາ ຈະແມ່ນຂົວຕໍ່ໃຫ້ການຮ່ວມມືຂອງຫວຽດນາມ ກັບບັນດາຄູ່ຮ່ວມມືທີ່ສໍາຄັນຢູ່ມະຫາສະໝຸດອິນເດຍ. ພ້ອມກັນນັ້ນ, ການພົວພັນລະຫວ່າງສີລັງກາ ແລະຫວຽດນາມ ກໍ່ຈະເປີດຊ່ອງທາງເພື່ອໃຫ້ສີລັງກາເຊື່ອມຈອດກັບບັນດາປະເທດໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້.

ໂດຍ: ເກື່ອງດັ້ງ