ຄະນະຜູ້ແທນຫວຽດນາມ ໂດຍທ່ານນາງ ເລທິຕວຽດມາຍ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ຄຽງຂ້າງ ສປຊ, ອົງການການຄ້າໂລກ ແລະບັນດາອົງການຈັດຕັ້ງສາກົນອື່ນໆຢູ່ ເຊີແນວ ເປັນຫົວໜ້າຄະນະ.

leftcenterrightdel
ຫວຽດນາມ ເຂົ້າຮ່ວມກອງປະຊຸມບັນດາປະເທດສະພາຂອງບັນດາປະເທດສະມາຊິກ WIPO ຄັ້ງທີ 61. ພາບ: ຄະນະຜູ້ຕາງໜ້າຫວຽດນາມ ຢູ່ເຊີແນວ.

ໃນບົດກ່າວປາໄສລວມຂອງອາຊຽນ, ທ່ານນາງເອກອັກຄະລັດຖະທູດ ເລທິຕວຽດມາຍ ຢັ້ງຢືນວ່າ ໃນສະພາບການຮັບມືກັບພະຍາດໂຄວິດ-19 ແລະຊຸກຍູ້ການຟື້ນຟູຫຼັງພະຍາດ, ບັນດາປະເທດອາຊຽນ ໃຫ້ບຸລິມະສິດຊຸກຍູ້ການຫັນເປັນເຕັກໂນໂລຢີດີຈີຕອນ ແລະປ່ຽນແປງໃໝ່ປະດິດຄິດສ້າງ, ສ້າງລະບົບຈົດທະບຽນ ແລະຮັບສໍາເນົາເອກະສານກ່ຽວກັບຊັບສິນທາງປັນຍາທາງອອນລາຍ ເພື່ອຮັກສາ ແລະຍົກສູງປະສິດທິຜົນການເຄື່ອນໄຫວຂອງບັນດາອົງການຊັບສິນທາງປັນຍາ. ທ່ານນາງເອກອັກຄະລັດຖະທູດ ເລທິຕວຽດມາຍ ກໍ່ແຈ້ງບັນດາໝາກຜົນພົ້ນເດັ່ນກ່ຽວກັບຊັບສິນທາງປັນຍາຂອງບັນດາປະເທດອາຊຽນ ໃນປີນີ້.

leftcenterrightdel
ທ່ານນາງເອກອັກຄະລັດຖະທູດ ເລທິຕວຽດມາຍ ກ່າວປາໄສທີ່ກອງປະຊຸມ. ພາບ: ຄະນະຜູ້ຕາງໜ້າຫວຽດນາມ ຢູ່ເຊີແນວ.

ຄຽງຂ້າງເຂົ້າຮ່ວມ 2 ບົດກ່າວປາໄສລວມຂອງອາຊຽນ ແລະກຸ່ມບັນດາປະເທດອາຊີ-ປາຊີຟິກ, ຕາງໜ້າໃຫ້ຫວຽດນາມ ກ່າວປາໄສຢູ່ວາລະໄຂກອງປະຊຸມ, ທ່ານນາງເອກອັກຄະລັດຖະທູດ ເລທິຕວຽດມາຍ ຢັ້ງຢືນວ່າ, ຫວຽດນາມ ຕີລາຄາສູງປະສິດທິຜົນການເຄື່ອນໄຫວ ແລະຜົນງານຂອງ WIPO ໃນເລື່ອງບັນລຸໄດ້ບັນດາເປົ້າໝາຍຍຸດທະສາດຂອງອົງການ. ພ້ອມກັນນັ້ນ, ທ່ານນາງ ເລທິຕວຽດມາຍ ກໍ່ເນັ້ນໜັກວ່າ ຫວຽດນາມ ມຸ່ງມາດປາດຖະໜາ ແລະເຊື່ອໝັ້ນວ່າ WIPO ຈະສືບຕໍ່ບັນລຸໄດ້ຄວາມກ້າວໜ້າໃນການເພີ່ມທະວີລະບົບກົດຂໍ້ບັງຄັບວ່າດ້ວຍຊັບສິນທາງປັນຍາ, ຮັບປະກັນຄວາມດຸ່ນດ່ຽງລະຫວ່າງຊຸກຍູ້ການປ່ຽນແປງໃໝ່ປະດິດຄິດສ້າງ ແລະປະຕິບັດໂຄງການພັດທະນາຂອງ WIPO ເພື່ອຜົນປະໂຫຍດຂອງທຸກໆປະເທດສະມາຊິກ...

ໂດຍ: ທະນາພອນ