ຕໍ່ໜ້າຜົນກະທົບຂອງພະຍາດໂຄວິດ-19, ປີນີ້, ສັບປະດາຂັ້ນສູງສະມັດຊາໃຫຍ່ສະຫະປະຊາຊາດ ໄດ້ຮັບການຈັດຕັ້ງແບບທາງໄກ ແລະໂດຍກົງ.

leftcenterrightdel
ບັນຍາກາດທີ່ວາລະປະຊຸມຄົບຄະນະຄັ້ງທີ 1 ຂອງສະມັດຊາໃຫຍ່ສະຫະປະຊາຊາດ ຊຸດທີ 75. ພາບ: ສໍານັກຂ່າວສານຫວຽດນາມ.

ເຂົ້າຮ່ວມສັບປະດາຂັ້ນສູງສະມັດຊາໃຫຍ່ສະຫະປະຊາຊາດ ຊຸດທີ 75 ຄາດຄະເນວ່າມີ: ທ່ານ ຫງວຽນຝຸຈ້ອງ, ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຈະສົ່ງສານເຖິງວາລະປຶກສາຫາລືລວມຂັ້ນສູງສະມັດຊາໃຫຍ່ສະຫະປະຊາຊາດ ຊຸດທີ 75; ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ຈະສົ່ງສານເຖິງວາລະປະຊຸມຂັ້ນສູງສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງສະຫະປະຊາຊາດ; ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດຫວຽດນາມ ຈະສົ່ງສານເຖິງວາລະປະຊຸມຂັ້ນສູງສະເຫຼີມສະຫຼອງ 25 ປີແຫ່ງກອງປະຊຸມໂລກກ່ຽວກັບແມ່ຍິງ ຄັ້ງທີ IV; ທ່ານ ຟ້າມບີ່ງມີງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຈະສົ່ງສານເຖິງວາລະປະຊຸມຂັ້ນສູງສະເຫຼີມສະຫຼອງວັນສາກົນກ່ຽວກັບການລົບລ້າງອາວຸດນິວເຄຼຍ, ຜ່ານນັ້ນສະແດງຄວາມຖືເປັນສໍາຄັນຕໍ່ກັບການພົວພັນຮ່ວມມືຢ່າງຕັ້ງໜ້າ, ນັບມື້ນັບໄດ້ຮັບການປັບປຸງ ແລະເພີ່ມທະວີລະຫວ່າງຫວຽດນາມ ແລະສະຫະປະຊາຊາດ, ພ້ອມທັງຢັ້ງຢືນວ່າ ຫວຽດນາມ ສືບຕໍ່ແມ່ນສະມາຊິກທີ່ມີຄວາມຮັບຜິດຊອບ, ເປັນເຈົ້າການເຂົ້າຮ່ວມ, ມີການປະກອບສ່ວນຢ່າງຕັ້ງໜ້າ, ແທດຈິງເຂົ້າໃນບັນດາການເຄື່ອນໄຫວຂອງສະຫະປະຊາຊາດ ແລະປະຊາຄົມສາກົນ.

ໂດຍ: ທະນາພອນ