ທີ່ການພົບປະສັງສັນ, ທ່ານ ຫງວຽນຊວນຟຸກ ໄດ້ສົ່ງຄຳອວຍພອນເຖິງປັນຍາຊົນ, ນັກວິທະຍາສາດ, ນັກສິລະປິນ... ໃນທົ່ວປະເທດເນື່ອງໃນໂອກາດສະເຫຼີມສະຫຼອງ 90 ປີແຫ່ງວັນມູນເຊື້ອຂະແໜງໂຄສະນາສຶກສາຂອງພັກ. ທ່ານ ຫງວຽນຊວນຟຸກ ເນັ້ນໜັກວ່າ, ວຽກງານໂຄສະນາສຶກສາແມ່ນໜຶ່ງໃນສາມເສົາຄໍ້າສໍາຄັນຂອງວຽກງານກໍ່ສ້າງພັກ, ມີຄວາມໝາຍສໍາຄັນໃນການບໍາລຸງສ້າງຈິດໃຈ, ການຕື່ນຕົວດ້ານແນວຄິດ, ສ້າງກໍາລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ກ່າວຄໍາເຫັນທີ່ການພົບປະສັງສັນ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ ຫງວຽນຊວນຟຸກ ຕີລາຄາສູງຖັນແຖວປັນຍາຊົນ, ນັກວິທະຍາສາດ, ນັກສິລະປິນໄດ້ເຂົ້າຮ່ວມຄົ້ນຄວ້າ, ພັດທະນາຊຸດ kit ກວດຫາເຊື້ອໄວຣັດ, ໂປຼແກຼມແຈ້ງອາການສຸຂະພາບຢ່າງທັນການ, ປະກອບສ່ວນຮັບມືຢ່າງມີປະສິດທິຜົນຕໍ່ໜ້າສະພາບພະຍາດໂຄວິດ-19  ພວມແຜ່ລະບາດຢ່າງແຮງ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ພ້ອມກັບບັນດາຜູ້ແທນປັນຍາຊົນ, ນັກວິທະຍາສາດ, ນັກສິລະປິນ. ພາບ: ສໍານັກຂ່າວສານຫວຽດນາມ.

ບັນດາຜູ້ແທນໄດ້ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ຄວາມເອົາໃຈໃສ່, ເອື້ອອໍານວຍຄວາມສະດວກຈາກພັກ, ລັດ ແລະປະຊາຊົນ, ພ້ອມທັງປາດຖະໜາຢາກໃຫ້ພັກ, ລັດສືບຕໍ່ເອົາໃຈໃສ່, ສ້າງຍຸດທະສາດພັດທະນາບັນດາຂະແໜງວິທະຍາສາດ ແລະເຕັກໂນໂລຢີປາຍແຫຼມຂອງຫວຽດນາມ ໃນ 20 ປີຕໍ່ໜ້າ ແລະໄກກວ່າອີກ ຕາມທິດລັດໜ້າເຕັກໂນໂລຢີໃໝ່ເພື່ອພັດທະນາພື້ນຖານວິທະຍາສາດເຕັກໂນໂລຢີຂອງປະເທດຢ່າງວ່ອງໄວ.

ໂດຍ: ທູຈາງ