ກ່າວຄໍາເຫັນທີ່ພິທີ, ທ່ານ ຮ່າກິມງອັກ ເອກອັກຄະລັດຖະທູດຫວຽດນາມ ປະຈໍາອາເມລິກາ  ຢັ້ງຢືນວ່າ ຫວຽດນາມ ແລະອາເມລິກາ ໄດ້ສ້າງຕັ້ງການພົວພັນທາງການທູດໃນປີ 1995 ແມ່ນການຕັດສິນໃຈຢ່າງຖືກຕ້ອງ, ສ້າງໜ້າປະຫວັດສາດໃໝ່ໃນການພົວພັນສອງປະເທດ ກໍ່ຄືໃນວິວັດການເຊື່ອມໂຍງເຂົ້າກັບພາກພື້ນ ແລະໂລກຂອງຫວຽດນາມ.

leftcenterrightdel
ທ່ານ ຮ່າກິມງອັກ ເອກອັກຄະລັດຖະທູດຫວຽດນາມ ປະຈໍາອາເມລິກາ ກ່າວຄໍາເຫັນທີ່ພິທີ. ພາບ: ສໍານັກຂ່າວສານຫວຽດນາມ.

ການພົວພັນຄູ່ຮ່ວມມືລະຫວ່າງ ຫວຽດນາມ-ອາເມລິກາ ໄດ້ພັດທະນາຢ່າງແຮງ ແລະເລິກເຊິ່ງໃນທຸກຂົງເຂດ. ສອງປະເທດໄດ້ເປີດກວ້າງການຮ່ວມມືໄປສູ່ການແກ້ໄຂບັນດາບັນຫາໃນພາກພື້ນ ແລະທົ່ວໂລກ, ໃນນັ້ນມີທະເລຕາເວັນອອກ, ແມ່ນໍ້າຂອງ, ແຫຼມເກົາຫຼີ ກໍ່ຄືບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈທີ່ສະພາຄວາມໝັ້ນຄົງ ສປຊ.

ກ່າວຄໍາເຫັນທີ່ພິທີດັ່ງກ່າວ, ທ່ານ Stephen Biegun, ຮອງລັດຖະມົນຕີການຕ່າງປະເທດອາເມລິກາ ຕີລາຄາວ່າ ການຮ່ວມມືຊອກຫາທະຫານອາເມລິກາທີ່ຫາຍສາບສູນໃນປາງສົງຄາມ ໄດ້ປະກອບສ່ວນເປີດຊ່ອງທາງໃຫ້ເລື່ອງຫັນການພົວພັນລະຫວ່າງສອງປະເທດເປັນປົກກະຕິ ແລະການຮ່ວມມືກັນແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ.

ທ່ານ Stephen Biegun ສະແດງຄວາມຊົມເຊີຍຕໍ່ຫວຽດນາມ ທີ່ໄດ້ດໍາລົງຕຳແໜ່ງເປັນປະທານອາຊຽນ ກໍ່ຄືເປັນກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງ ສປຊ ໃນສະພາບການທີ່ເຕັມໄປດ້ວຍສິ່ງທ້າທາຍ. 

ໂດຍ: ທູຈາງ