ວັນທີ 19 ສິງຫາ, ທີ່ນະຄອນຫຼວງພະນົມເປັນ, ທ່ານ  Samdech Hun Sen ປະທານພັກ CPP,  ນາຍົກລັດຖະມົນຕີກໍາປູເຈຍ; ທ່ານ Samdech Say Chhum ຮອງປະທານພັກ CPP, ປະທານສະພາສູງລາຊະອານາຈັກກໍາປູເຈຍ ໄດ້ໃຫ້ການຕ້ອນຮັບທ່ານ ຫງວຽນວັນເນັນ, ຫົວໜ້າຫ້ອງວ່າການສູນກາງພັກກອມມູນິດຫວຽດນາມ.

leftcenterrightdel
ທ່ານ Samdech Hun Sen  ຕ້ອນຮັບທ່ານ ຫງວຽນວັນເນັນ. ພາບ: vov.vn.

ທີ່ການຕ້ອນຮັບ, ທ່ານ ຫງວຽນວັນເນັນ ຢັ້ງຢືນວ່າ, ຫວຽດນາມ ຈະພ້ອມກັບກໍາປູເຈຍ ຮັກສາ ແລະພັດທະນາສາຍພົວພັນຖານບ້ານໃກ້ເຮືອນຄຽງອັນດີງາມ, ນໍ້າໃຈມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ຄວາມໝັ້ນຄົງອັນຍາວນານລະຫວ່າງສອງປະເທດ, ເພື່ອການພັດທະນາວັດທະນາຖາວອນຂອງແຕ່ລະປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາຢູ່ພາກພື້ນ ແລະໃນໂລກ.

leftcenterrightdel
ທ່ານ Samdech Say Chhum ຕ້ອນຮັບທ່ານ ຫງວຽນວັນເນັນ. ພາບ: ສໍານັກຂ່າວສານຫວຽດນາມ.

ທີ່ບັນດາການຕ້ອນຮັບ, ທ່ານ Samdech Hun Sen ແລະທ່ານ Samdech Say Chhum ລ້ວນແຕ່ເນັ້ນໜັກເຖິງຄວາມສໍາຄັນຂອງການພົວພັນລະຫວ່າງສອງພັກ ແລະການພົວພັນຮ່ວມມືລະຫວ່າງບັນດາແຂວງຕິດກັບຊາຍແດນ. ທ່ານ Samdech Hun Sen ແລະທ່ານ Samdech Say Chhum ໄດ້ສະແດງຄວາມຂອບໃຈຕໍ່ການສະໜັບສະໜູນ, ການຊ່ວຍເຫຼືອອັນໃຫຍ່ຫຼວງ, ລໍ້າຄ່າ, ທັນການ ແລະມີປະສິດທິຜົນ ເຊິ່ງຫວຽດນາມ ສະຫງວນໃຫ້ກໍາປູເຈຍ ໃນພາລະກິດປົດປ່ອຍປະເທດຊາດ, ກູ້ຊ່ວຍປະຊາຊົນກໍາປູເຈຍ ຫຼຸດພົ້ນອອກ​ຈາກລະບອບດັບສູນເຊື້ອຊາດຂະແມແດງ ກໍ່ຄືໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດໃນປະຈຸບັນ.

ທ່ານ Samdech Hun Sen ແລະທ່ານ Samdech Say Chhum ສະເໜີວ່າ, ສອງຫ້ອງວ່າການສູນກາງຂອງສອງພັກສົມທົບກັນຢ່າງແໜ້ນແຟ້ນ, ເພີ່ມທະວີການຮ່ວມມື, ແລກປ່ຽນຂໍ້ມູນຂ່າວສານ, ແບ່ງປັນບົດຮຽນກ່ຽວກັບວຽກງານກໍ່ສ້າງພັກ; ຢັ້ງຢືນວ່າ ກໍາປູເຈຍ ຈະເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອພ້ອມກັບຫວຽດນາມ ຮັກສາ ແລະເພີ່ມພູນຄູນສ້າງສາຍພົວພັນຖານບ້ານໃກ້ເຮືອນຄຽງອັນດີງາມ, ນໍ້າໃຈມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ຄວາມໝັ້ນຄົງອັນຍາວນານລະຫວ່າງກໍາປູເຈຍ-ຫວຽດນາມ ໃຫ້ນັບມື້ນັບພັດທະນາ, ນໍາມາເຊິ່ງຜົນປະໂຫຍດຢ່າງແທດຈິງໃຫ້ແກ່ປະຊາຊົນສອງປະເທດ.

ໂດຍ: ທະນາພອນ