leftcenterrightdel
ທ່ານ ເຈິ່ນກ໊ວກເວື້ອງ ຕ້ອນຮັບທ່ານ ບຸນທອງ ຈິດມະນີ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ ບຸນທອງ ຈິດມະນີ ໄດ້ແຈ້ງໃຫ້ທ່ານ ເຈິ່ນກ໊ວກເວື້ອງ ຮັບຊາບກ່ຽວກັບສະພາບການຮ່ວມມືລະຫວ່າງສອງຄະນະກຳມະການກວດກາສູນກາງສອງພັກ ແລະລະຫວ່າງສອງອົງການກວດກາລັດຖະບານສອງປະເທດ; ຢືນຢັນວ່າ ຄະນະກວດກາສູນກາງພັກປະຊາຊົນປະຕິວັດລາວ ແລະອົງການກວດກາລັດຖະບານລາວ ຈະປະຕິບັດຂໍ້ຕົກລົງລະຫວ່າງການນໍາຂັ້ນສູງສອງພັກ, ສອງລັດ ຢ່າງມີປະສິດທິຜົນ ແລະເພີ່ມພູນຄູນສ້າງການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລາວ-ຫວຽດນາມ.

leftcenterrightdel
ທ່ານ ເຈິ່ນກ໊ວກເວື້ອງ ແລະທ່ານ ບຸນທອງ ຈິດມະນີ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ ເຈິ່ນກ໊ວກເວື້ອງ ສະແດງຄວາມປິຕິຊົມຊື່ນຕໍ່ສາຍພົວພັນຫວຽດນາມ-ລາວ ນັບມື້ນັບພັດທະນາເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນ, ໃນນັ້ນມີການປະກອບສ່ວນຢ່າງຕັ້ງໜ້າຂອງຄະນະກວດກາສູນກາງພັກປະຊາຊົນປະຕິວັດລາວ ແລະອົງການກວດກາລັດຖະບານລາວ, ພ້ອມທັງຢືນຢັນວ່າ, ຫວຽດນາມ ຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອພ້ອມກັບລາວ ຮັກສາ, ເພີ່ມພູນຄູນສ້າງສາຍພົວພັນແບບພິເສດຫວຽດນາມ-ລາວ ໃຫ້ນັບມື້ນັບພັດທະນາເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນໃນທຸກຂົງເຂດ.

ໂດຍ: ເຈິ່ນຮວ່ຽນ