ນີ້ແມ່ນສ່ວນໜຶ່ງໃນບັນດາເຫດການທີ່ພວມດໍາເນີນໃນທົ່ວໂລກ, ເພື່ອແນໃສ່ເຊີດຊູຜົນງານສໍາຄັນທີ່ສຸດຂອງບັນດາປະເທດໃນການສ້າງບັນດາກົດຫຼຸດຜ່ອນຄວາມເສຍຫາຍ ແລະຄວາມສະຫຼົດໃຈຍ້ອນການປະທະກັນດ້ວຍກຳລັງອາວຸດກໍ່ຂຶ້ນ. ນີ້ກໍ່ແມ່ນຄັ້ງທໍາອິດທີ່ພິທີສະເຫຼີມສະຫຼອງບັນດາສົນທິສັນຍາ ເຊີແນວ ປີ 1949 ໄດ້ຈັດຕັ້ງຢູ່ຫວຽດນາມ.

leftcenterrightdel
ທ່ານນາງ ປອ. ເລທິຕວ໊ຽດມາຍ ກ່າວຄໍາເຫັນທີ່ພິທີ. ພາບ: qdnd.vn.

ກ່າວຄໍາເຫັນທີ່ເຫດການ, ທ່ານນາງ ປອ. ເລທິຕວ໊ຽດມາຍ, ຫົວໜ້າກົມກົດໝາຍ ແລະສົນທິສັນຍາສາກົນ (ກະຊວງການຕ່າງປະເທດຫວຽດນາມ) ເນັ້ນໜັກວ່າ, ການສະເຫຼີມສະຫຼອງ 70 ປີແຫ່ງວັນຮັບຮອງເອົາບັນດາສົນທິສັນຍາ ເຊີແນວ ປີ 1949 ກ່ຽວກັບກົດໝາຍວ່າດ້ວຍມະນຸດສະທໍາສາກົນ ແມ່ນໂອກາດເພື່ອພ້ອມກັນຫວນຄືນໄລຍະທາງຂອງກົດໝາຍວ່າດ້ວຍມະນຸດສະທໍາສາກົນໃນຊຸມປີຜ່ານມາ, ອັບເດັດບັນດາບາດກ້າວພັດທະນາໃໝ່ໃນການໝູນໃຊ້ ແລະອະທິບາຍບັນດາຂໍ້ກຳນົດຂອງກົດໝາຍວ່າດ້ວຍມະນຸດສະທໍາສາກົນ ກໍ່ຄືບັນດາຄວາມມານະພະຍາຍາມຫວ່າງມໍ່ໆມານີ້ຂອງປະຊາຄົມສາກົນໃນການຊຸກຍູ້ການປະຕິບັດກົດໝາຍວ່າດ້ວຍມະນຸດສະທໍາສາກົນ.

ທ່ານນາງ ປອ. ເລທິຕວ໊ຽດມາຍ ໃຫ້ຮູ້ວ່າ, ໃນຖານະຕໍາແໜ່ງເປັນກໍາມະການບໍ່ປະຈໍາການຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ອາຍຸການ 2020-2021, ພ້ອມກັບບົດບາດເປັນປະທານຜັດປ່ຽນອາຊຽນໃນປີ 2020, ຫວຽດນາມ ຈະສືບຕໍ່ພ້ອມກັບປະຊາຄົມສາກົນຊຸກຍູ້ການເຄົາລົບ ແລະປະຕິບັດກົດໝາຍວ່າດ້ວຍມະນຸດສະທໍາສາກົນ ເຊິ່ງພື້ນຖານແມ່ນບັນດາສົນທິສັນຍາ ເຊີແນວ ປີ 1949 ຢ່າງມີປະສິດທິຜົນ.

ໂດຍ: ເຈິ່ນຮວ່ຽນ