ຕອນຄໍ່າວັນດຽວກັນ, ທ່ານນາງ ຫງວຽນທິກິມເງິນ  ປະທານສະພາແຫ່ງຊາດຫວຽດນາມ ແລະທ່ານ ລີ ຈ້ານຊູ ປະທານຄະນະປະຈຳສະພາຜູ້ແທນປະຊາຊົນທົ່ວປະເທດ ຈີນ ໄດ້ເຂົ້າຮ່ວມລາຍການສະແດງສິລະປະ “ຂົວຕໍ່ມິດຕະພາບ” ທີ່ນອນໃນບັນດາເຫດການ “ຊຸມວັນວັດທະນະທໍາຫວຽດນາມ ຢູ່ ຈີນ” ໂດຍກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວຫວຽດນາມ ສົມທົບກັບກະຊວງການຕ່າງປະເທດຫວຽດນາມ ຈັດຕັ້ງ.

leftcenterrightdel
ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດຫວຽດນາມ ແລະທ່ານ ລີ ຈ້ານຊູ ປະທານຄະນະປະຈຳສະພາຜູ້ແທນປະຊາຊົນທົ່ວປະເທດ ຈີນ ຢ້ຽມຊົມງານວາງສະແດງຮູບພາບກ່ຽວກັບປະເທດຊາດ, ຜູ້ຄົນ ແລະວັດທະນະທໍາຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

ບັນດາລາຍການສະແດງຂອງນັກສິລະປິນທີ່ມາຈາກໂຮງລະຄອນຟ້ອນລໍາທໍາເພງຫວຽດນາມ ໄດ້ສະແດງໃຫ້ເຫັນຮູບພາບຂອງປະເທດຫວຽດນາມ ທີ່ສວຍງາມ, ຮັກແຂກແພງຄົນດ້ວຍບັນດາຈຸດທີ່ເປັນເອກະລັກສະເພາະ, ຂະຫຍັນຂັນເຄື່ອນ ແລະກໍາລັງເຊື່ອມໂຍງເຂົ້າກັບສາກົນຢ່າງຕັ້ງໜ້າ...

ຕອນຄໍ່າຂອງວັນດຽວກັນ, ໃນຂອບເຂດ “ຊຸມວັນວັດທະນະທໍາຫວຽດນາມ ຢູ່ ຈີນ”, ທີ່ໂຮງລະຄອນຊົນເຜົ່າປັກກິ່ງ, ທ່ານນາງ  ຫງວຽນທິກິມເງິນ ແລະທ່ານ ລີ ຈ້ານຊູ ໄດ້ໄປຢ້ຽມຊົມງານວາງສະແດງຮູບພາບກ່ຽວກັບປະເທດຊາດ, ຜູ້ຄົນ, ວັດທະນະທໍາຫວຽດນາມ ແລະບັນດາຜົນງານໃນການພັດທະນາເສດຖະກິດ-ສັງຄົມຂອງຫວຽດນາມ.

ກ່ອນໜ້ານັ້ນ, ຕອນບ່າຍວັນທີ 10 ກໍລະກົດ, ທ່ານນາງ ຫງວຽນທິກິມເງິນ ໄດ້ຕ້ອນຮັບການນໍາກຸ່ມບໍລິສັດກໍ່ສ້າງພະລັງງານຈີນ, ກຸ່ມບໍລິສັດອະສັງຫາລິມະຊັບ Alpha King, ກຸ່ມບໍລິສັດປະກັນໄພ ບິ່ງອານ, ກຸ່ມບໍລິສັດຮ່ວມມືເສດຖະກິດເຕັກນິກສາກົນ ຈ່ຽງຊີ...

ໂດຍ: ໄຊຊະນະ