ທີ່ການຕ້ອນຮັບ, ທ່ານນາງ ຫງວຽນທິກິມເງິນ ຕີລາຄາສູງຜົນການຮ່ວມມືດ້ານເສດຖະກິດລະຫວ່າງແຂວງຈ່ຽງຊູ ແລະຫວຽດນາມ, ຍ້ອນວ່າໃນວົງເງິນການຄ້າລະຫວ່າງຫວຽດນາມ-ຈີນ ກວ່າ 100 ຕື້ໂດລາສະຫະລັດ, ແຂວງຈ່ຽງຊູປະກອບສ່ວນກວ່າ 15 ຕື້ໂດລາສະຫະລັດ.

ເນື່ອງໃນໂອກາດນີ້, ທ່ານນາງ ຫງວຽນທິກິມເງິນ ແຈ້ງໃຫ້ຊາບວ່າ,  ຫວຽດນາມ ໄດ້ເຂົ້າຮ່ວມສັນຍາການຄ້າເສລີສອງຝ່າຍ, ຫຼາຍຝ່າຍຫຼາຍສະບັບກັບຫຼາຍປະເທດ, ພາກພື້ນໃນໂລກ. ຫວ່າງມໍ່ໆມານີ້, ຫວຽດນາມ ແລະສະຫະພາບເອີລົບ (ອີຢູ) ໄດ້ລົງນາມໃນສັນຍາການຄ້າເສລີຫວຽດນາມ-ອີຢູ (EVFTA).

leftcenterrightdel
ທ່ານນາງ ຫງວຽນທິກິມເງິນ ແລະທ່ານ Lou Qinjian, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຈ່ຽງຊູ ທີ່ການຕ້ອນຮັບ. ພາບ: ຈ໊ຽນຖັ໊ງ.

ທ່ານນາງ ຫງວຽນທິກິມເງິນ ເນັ້ນໜັກວ່າ, ຈີນ ເປັນຄູ່ຮ່ວມມືດ້ານການຄ້າໃຫຍ່ທີ່ສຸດຂອງຫວຽດນາມໃນປັດຈຸບັນ ແລະຫວຽດນາມ ເປັນຄູ່ຮ່ວມມືດ້ານການຄ້າໃຫຍ່ທີ່ສຸດຂອງຈີນຢູ່ອາຊຽນ. ໃນນະໂຍບາຍພົວພັນຕ່າງປະເທດຂອງຫວຽດນາມ, ຈີນ ເປັນຄູ່ຮ່ວມມືສໍາຄັນແຖວໜ້າດ້ວຍການພົວພັນຮ່ວມມືໃນຂົງເຂດການເມືອງ, ການທູດ, ເສດຖະກິດ, ວິທະຍາສາດເຕັກໂນໂລຢີ ແລະການພົບປະແລກປ່ຽນປະຊາຊົນ. ທ່ານນາງ ຫງວຽນທິກິມເງິນ ຖືວ່າ, ດ້ວຍຄວາມມານະພະຍາຍາມລວມ, ສອງຝ່າຍຈະສືບຕໍ່ຮັກສາສາຍພົວພັນຮ່ວມມືຢ່າງມີປະສິດທິຜົນ ແລະດີງາມລະຫວ່າງສອງປະເທດ ກໍ່ຄືລະຫວ່າງບັນດາທ້ອງຖິ່ນຂອງສອງປະເທດ.

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: ຈ໊ຽນຖັ໊ງ.

ທ່ານ Lou Qinjian ຢັ້ງຢືນວ່າ, ການພົວພັນດ້ານການຄ້າລະຫວ່າງແຂວງຈ່ຽງຊູ ແລະຫວຽດນາມ ສືບຕໍ່ໄດ້ຮັກສາໄວ້. ມີຫຼາຍວິສາຫະກິດຢູ່ແຂວງຈ່ຽງຊູ ປາດຖະໜາຢາກລົງທຶນເຂົ້າຫວຽດນາມ. ຄຽງຂ້າງນັ້ນ, ການເຄື່ອນໄຫວພົບປະແລກປ່ຽນປະຊາຊົນລະຫວ່າງແຂວງຈ່ຽງຊູ ແລະຫວຽດນາມ ກໍ່ຟົດຟື້ນທີ່ສຸດ.  ແຂວງຈ່ຽງຊູ ປາດຖະໜາຢາກສືບຕໍ່ຊຸກຍູ້ການຮ່ວມມືກັບຫວຽດນາມ ໃນການພັດທະນາເສດຖະກິດ, ພັດທະນາເຂດອຸດສາຫະກໍາ, ການພົບປະແລກປ່ຽນປະຊາຊົນ, ວັດທະນະທໍາ ແລະການທ່ອງທ່ຽວ.

ໂດຍ: ທູຈາງ