leftcenterrightdel
ພາບປະກອບຈາກ: kpl.gov.la.

ທ່ານ ຕາດຶກມິງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ຍີ່ປຸ່ນ ກ່າວວ່າໃນໄລຍະ 45 ປີຜ່ານມາ, ການພົວພັນລະຫວ່າງ ຫວຽດນາມ-ຍີ່ປຸ່ນ ໄດ້ມີການພັດທະນາຂຶ້ນໃນທຸກໆຂົງເຂດ ໂດຍສະເພາະຂົງເຂດເສດຖະກິດ. ປັດຈຸບັນ, ຍີ່ປຸ່ນ ເປັນຄູ່ຮ່ວມມື ການຄ້າອັນດັບ 4 ແລະເປັນຜູ້ລົງທຶນຂະໜາດໃຫຍ່ຢູ່ຫວຽດນາມ. ທ່ານມາຊາຕາກາ ຟູຈີຕາ ເລຂາທີການສູນຍີ່ປຸ່ນ-ອາຊຽນ ໄດ້ແລກປ່ຽນບົດຮຽນກັບບັນດາຜູ້ແທນ ພ້ອມທັງກ່າວວ່າງານສຳມະນາໃນຄັ້ງນີ້ຈະຊ່ວຍບັນດາວິສາຫະກິດສອງປະເທດຮ່ວມມືກັນ ບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດ ຮ່ວມກັນ, ປະກອບສ່ວນເຂົ້າໃນການຊຸກຍູ້ການພົວພັນການຄ້າລະຫວ່າງສອງຝ່າຍ ໃຫ້ນັບມື້ຈະເລີນເຕີບໃຫຍ່ຂຶ້ນຢ່າງບໍ່ຢຸດຢັ້ງ.

ຂ່າວ: ຂປລ