ວັນທີ 18 ເມສາ, ທີ່ນະຄອນ ເກີ່ນເທີ, ກະຊວງການຕ່າງປະເທດ, ຄະນະກຳມະການປະຊາຊົນນະຄອນ ເກີ່ນເທີ ແລະສະຖານທູດ ຍີ່ປຸ່ນ ປະຈຳ ຫວຽດນາມ ສົມທົບກັນຈັດຕັ້ງກອງປະຊຸມພົບປະ ຍີ່ປຸ່ນ-ທົ່ງພຽງແມ່ນ້ຳຂອງ. ໃນຂອບເຂດກອງປະຊຸມ, ພ້ອມກັບການລົງນາມບັນດາບົດບັນທຶກຊ່ວຍຈຳການຮ່ວມມື, ສອງຝ່າຍໄດ້ດຳເນີນບັນດາວາລະປຶກສາຫາລືກ່ຽວກັບບັນດາຂົງເຂດ: ພື້ນຖານໂຄງລ່າງຄົມມະນາຄົມ, ການແພດ, ການປ່ຽນແປງຂອງດິນຟ້າອາກາດ, ການພົບປະແລກປ່ຽນວັດທະນະທຳ-ທ່ອງທ່ຽວ, ການສຶກສາ, ການຮ່ວມມືພັດທະນາແຫຼ່ງຊັບພະຍາກອນມະນຸດ ແລະການຮ່ວມມືດ້ານເສດຖະກິດກະສິກຳ. 

leftcenterrightdel
ທ່ານ ເຈືອງເຕີ໋ນຊາງ, ອະດີດກຳມະການກົມການເມືອງ, ອະດີດປະທານປະເທດແຫ່ງ ສສ ຫວຽດນາມ ເປັນສັກຂີພິຍານ ບັນດາຄູ່ຮ່ວມມື ຍີ່ປຸ່ນ ແລະທົ່ງພຽງແມ່ນ້ຳຂອງລົງນາມໃນບົດບັນທຶກຊ່ວຍຈຳການຮ່ວມມື. ພາບ: plo.vn.

ນີ້ແມ່ນກາລະໂອກາດເພື່ອໃຫ້ບັນດາຜູ້ແທນຂອງສອງຝ່າຍປຶກສາຫາລື, ແລກປ່ຽນ, ເຫັນດີເປັນເອກະພາບບັນດາທິດທາງ ແລະມາດຕະການລະອຽດເພື່ອແນໃສ່ຊຸກຍູ້ການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດລະຫວ່າງບັນດາທ້ອງຖິ່ນເຂດທົ່ງພຽງແມ່ນ້ຳຂອງກັບຄູ່ຮ່ວມມື ຍີ່ປຸ່ນ, ຕອບສະໜອງຄວາມມຸ່ງມາດປາດຖະໜາ ແລະຜົນປະໂຫຍດຂອງທັງສອງຝ່າຍ.

 

ແປໂດຍ: ກວຽດເຕີມ