ວັນທີ 7 ມີນາ, ຄະນະກໍາມະການປະຊາຊົນແຂວງ ວີ້ງຟຸກ ແລະທະນາຄານ Mizuho (ຍີ່ປຸ່ນ) ໄດ້ຈັດຕັ້ງພິທີລົງນາມໃນບົດບັນທຶກຊ່ວຍຈໍາກ່ຽວກັບການຮ່ວມມືຊຸກຍູ້ການລົງທຶນຈາກ ຍີ່ປຸ່ນ ເຂົ້າສູ່ແຂວງ ວີ້ງຟຸກ.

leftcenterrightdel
ຜູ້ຕາງໜ້າຄະນະກໍາມະການປະຊາຊົນແຂວງ ວີ້ງຟຸກ ແລະທະນາຄານ Mizuho ລົງນາມໃນບົດບັນທຶກຊ່ວຍຈໍາ. ພາບ: baoxaydung.com.vn.

ຕາມນັ້ນແລ້ວ, ແຂວງ ວີ້ງຟຸກ ຈະສ້າງເງື່ອນໄຂສະດວກ, ໜູນຊ່ວຍບັນດາວິສາຫະກິດ ແລະລູກຄ້າຂອງທະນາຄານ Mizuho ທີ່ພວມລົງທຶນຢູ່ແຂວງ ວີ້ງຟຸກ; ສ້າງກາລະໂອກາດໃຫ້ແກ່ທະນາຄານ Mizuho ເຂົ້າຮ່ວມບັນດາໂຄງການສົ່ງເສີມການລົງທຶນເພື່ອເພີ່ມທະວີການເຄື່ອນໄຫວພົບປະ, ແລກປ່ຽນກັບວິສາຫະກິດຕ່າງປະເທດທີ່ໄດ້, ພວມ ແລະຈະລົງທຶນຢູ່ແຂວງ ວີ້ງຟຸກ. ທະນາຄານ Mizuho ຕັ້ງໜ້າໜູນຊ່ວຍວຽກງານແນະນໍາ, ໂຄສະນາບັນດາກົນໄກ, ນະໂຍບາຍບຸລິມະສິດລົງທຶນຕ່າງປະເທດຂອງແຂວງ ວີ້ງຟຸກ ເຖິງບັນດາລູກຄ້າຂອງທະນາຄານ; ໜູນຊ່ວຍແຂວງ ວີ້ງຟຸກ ເຂົ້າຮ່ວມບັນດາເຫດການ, ໂຄງການສົ່ງເສີມການລົງທຶນ...

ແປໂດຍ: ຈາງຫງວຽນ