ທ່ານ ເຈີ່ນວີ້ງຕວ໋ຽນ ຮອງປະທານຄະນະກໍາມະການປະຊາຊົນນະຄອນ ໂຮ່ຈິມິນ  ຖືວ່າ, ບົນພື້ນຖານສາຍພົວພັນສອງປະເທດ ຫວຽດນາມ-ຍີ່ປຸ່ນ ນັບມື້ນັບດີງາມ, ສອງທ້ອງຖິ່ນໄດ້ມີຈຸດຄ້າຍຄືກັນຫຼາຍຢ່າງ. ປະຈຸບັນນະຄອນ ໂຮ່ຈິມິນ ແມ່ນຈຸດນັດພົບຢ່າງໃກ້ຊິດສະໜິດສະໜົມຂອງແຂກທ່ອງທ່ຽວສາກົນ.

leftcenterrightdel
ທ່ານ ເຈີ່ນວີ້ງຕວ໋ຽນ ຮອງປະທານຄະນະກໍາມະການປະຊາຊົນນະຄອນ ໂຮ່ຈິມິນ ແລະທ່ານ Kawabata Akiyoshi, ຮອງຜູ້ວ່າການແຂວງ Miyagi (ຍີ່ປຸນ). ພາບ: hochiminhcity.gov.vn

ທ່ານ ເຈີ່ນວີ້ງຕວ໋ຽນ ປາດຖະໜາວ່າສອງຝ່າຍມີແຜນການຮ່ວມມືຢ່າງເລິກເຊິ່ງກວ້າງຂວາງ ໂດຍໄວ, ໂດຍສະເພາະແມ່ນໃນຂົງເຂດການທ່ອງທ່ຽວ. ຄຽງຂ້າງນັ້ນ, ທ່ານຮອງປະທານຄະນະກໍາມະການປະຊາຊົນນະຄອນ ໂຮ່ຈິມິນ  ຕີລາຄາສູງຄວາມມານະພະຍາຍາມຮ່ວມມືຂອງແຂວງ Miyagi ໃນຂົງເຂດການຄ້າ, ການສຶກສາ. ນະຄອນ ໂຮ່ຈິມິນ  ໃຫ້ຄໍາໝັ້ນສັນຍາວ່າຈະສ້າງເງື່ອນໄຂສະດວກເພື່ອໃຫ້ບັນດານັກລົງທຶນຍີ່ປຸ່ນ, ໃນນັ້ນມີບັນດານັກລົງທຶນແຂວງ Miyagi ມາຊອກຮູ້, ລົງທຶນ.

ທ່ານ Kawabata Akiyoshi, ຮອງຜູ້ວ່າການແຂວງ Miyagi ຂອບໃຈປະຊາຊົນຫວຽດນາມ ກໍ່ຄືນະຄອນ ໂຮ່ຈິມິນ ໄດ້ເອົາໃຈໃສ່ເຖິງບັນດາການເຄື່ອນໄຫວການຄ້າຂອງວິສາຫະກິດແຂວງ Miyagi. ການເປີດສາຍການບິນໂດຍກົງແຕ່ຫວຽດນາມ ເຖິງແຂວງ Miyagi ກໍ່ຈະແມ່ນຂົວເຊື່ອມຕໍ່ຢ່າງໝັ້ນຄົງເຂັ້ມແຂງໃຫ້ແກ່ການພົບປະແລກປ່ຽນ, ການຮ່ວມມືລົງທຶນຢ່າງແຮງລະຫວ່າງແຂວງ Miyagi ແລະນະຄອນ ໂຮ່ຈິມິນ.

leftcenterrightdel
                 ບັນຍາກາດທີ່ການເຮັດວຽກ. ພາບ: hochiminhcity.gov.vn

ຕາມທ່ານ Kawabata Akiyoshi ແລ້ວ, ໃນທ່າອ່ຽງການພົວພັນແລກປ່ຽນດ້ານການຄ້າລະຫວ່າງສອງປະເທດນັບມື້ນັບໄດ້ດໍາເນີນຢ່າງແຮງ, ມີຫຼາຍວິສາຫະກິດແຂວງ Miyagi ໄດ້ ແລະພວມຂຶ້ນແຜນເພື່ອເຂົ້າເຖິງຕະຫຼາດຫວຽດນາມເວົ້າລວມ, ນະຄອນ ໂຮ່ຈິມິນ ເວົ້າສະເພາະ. ເພື່ອແນໃສ່ຊອກຫາກາລະໂອກາດຮ່ວມມື. ມີຫຼາຍວິສາຫະກິດຢູ່ແຂວງ Miyagi ໄດ້ຮ່ວມມື, ຮ່ວມສໍາພັນບໍາລຸງສ້າງນັກສຶກສາຫວຽດນາມ ເພື່ອກະກຽມໃຫ້ການລົງທຶນດຳລົງທຸລະກິດຢູ່ນະຄອນ ໂຮ່ຈິມິນ.

ແປໂດຍ: ຫງວຽນກຸກ