ຕອນບ່າຍວັນທີ 11 ມັງກອນ, ຢູ່ນະຄອນ ໂຮ່ຈິມິນ, ທ່ານ ຫງວຽນທ້ຽນເຍິນ ກໍາມະການກົມການເມືອງ, ເລຂາພັກນະຄອນ ໂຮ່ຈິມິນ ພ້ອມກັບຜູ້ຕາງໜ້າບາງພະແນກ, ຂະແໜງການ ນະຄອນ ໄດ້ມີການພົບປະ ແລະເຮັດວຽກກັບເອກອັກຄະລັດຖະທູດບັນດາປະເທດສະຫະພາບ ເອີລົບ (EU) ປະຈໍາ ຫວຽດນາມ.

leftcenterrightdel
ທ່ານ ຫງວຽນທ້ຽນເຍິນ ເລຂາພັກນະຄອນ ໂຮ່ຈິມິນ ເຮັດວຽກກັບເອກອັກຄະລັດຖະທູດບັນດາ ປະເທດສະຫະພາບ ເອີລົບ (EU).  ພາບ: ມີງຫງວຽນ

ທ່ານ ຫງວຽນທ້ຽນເຍິນ ສົ່ງຄໍາອວຍພອນປີໃໝ່ເຖິງບັນດາເອກອັກຄະລັດຖະທູດ ໄດ້ເຂົ້າຮ່ວມການພົບປະ ແລະແນະນໍາບາງຈຸດພົ້ນເດັ່ນກ່ຽວກັບເສດຖະກິດສັງຄົມຂອງນະຄອນໃນປີຜ່ານມາ, ກໍ່ຄືບັນດາທ່າແຮງໃນການດຶງດູດການລົງທຶນຕ່າງປະເທດຂອງທ້ອງຖິ່ນ ແລະມະຕິກ່ຽວກັບກົນໄກ, ນະໂຍບາຍພິເສດສະເພາະໃນການພັດທະນານະຄອນ ໂຮ່ຈິມິນ ເຊິ່ງສະພາແຫ່ງຊາດຫາກໍ່ຮັບຮອງເອົາ.

ທ່ານເລຂາພັກນະຄອນ ໂຮ່ຈິມິນ ເນັ້ນໜັກວ່າຄວາມສໍາຄັນຂອງ ອີຢູ ສໍາລັບການພັດທະນາຂອງຫວຽດນາມ ເວົ້າລວມ, ນະຄອນ ໂຮ່ຈິມິນ ເວົ້າສະເພາະ ແລະປາດຖະໜາວ່າບັນດາເອກອັກຄະລັດຖະທູດຈະເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ, ສ້າງເງື່ອນໄຂໃຫ້ນະຄອນ ໂຮ່ຈິມິນ ສືບຕໍ່ພັດທະນາ.

ບັນດາເອກອັກຄະລັດຖະທູດ ຕີລາຄາສູງຄວາມໝາຍຂອງການພົບປະ, ເຮັດວຽກກັບທ່ານເລຂາພັກນະຄອນ ໂຮ່ຈິມິນ, ໂດຍໃຫ້ຮູ້ວ່າຈະສະໜັບສະໜູນບັນດາເປົ້າໝາຍພັດທະນາຂອງຫວຽດນາມ ແລະນະຄອນ ໂຮ່ຈິມິນ ທີ່ສຸດ. ບັນດາເອກອັກຄະລັດຖະທູດ ກໍ່ຕັ້ງຫຼາຍຄຳຖາມທີ່ກ່ຽວຂ້ອງເຖິງບັນດາຂົງເຂດຮ່ວມມືຄື: ພັດທະນານະຄອນສະຫຼາດ, ບຳບັດສິ່ງເສດເຫຼືອ, ການປ່ຽນແປງຂອງດິນຟ້າອາກາດ, ການສຶກສາ, ການພົບປະແລກປ່ຽນວັດທະນະທໍາ...

ທ່ານ ຫງວຽນທ້ຽນເຍິນ, ຊົມເຊີຍບັນດາຄໍາເຫັນ ແລະແກ້ຂໍ້ຂ້ອງໃຈຂອງບັນດາເອກອັກຄະລັດຖະທູດທີ່ກ່ຽວຂ້ອງເຖິງບັນດາຂົງເຂດຮ່ວມມື, ຖືວ່ານະຄອນ ໂຮ່ຈິມິນ ຍັງມີຄວາມສາມາດບົ່ມຊ້ອນພັດທະນາຫຼາຍຢ່າງເມື່ອສັນຍາການຄ້າເສລີ ຫວຽດນາມ-ອີຢູ ມີຜົນສັກສິດໃນໄລຍະຈະມາເຖິງ.

 

ແປໂດຍ: ເຈິ່ນຮວ່ຽນ