ເຂົ້າຮ່ວມພິທີມີທ່ານ ຫວູດຶກດາມ ຮອງນາຍົກລັດຖະມົນຕີຫວຽດນາມ; ທ່ານ ຈູງອກແອງ ລັດຖະມົນຕີກະຊວງວິທະຍາສາດ ແລະເຕັກໂນໂລຢີ; ທ່ານ He Lee Hyuk ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ສ.ເກົາຫຼີ ປະຈໍາ ຫວຽດນາມ; ທ່ານ ປອ Lee Byung Gwon, ປະທານ V-KIST.

ກ່າວຄໍາເຫັນທີ່ພິທີ, ທ່ານ ຫວູດຶກດາມ ຖືວ່າ, ລັດຖະບານຫວຽດນາມ ແລະກະຊວງວິທະຍາສາດ ແລະເຕັກໂນໂລຢີ ຕັດສິນໃຈສ້າງຕັ້ງ V-KIST ບໍ່ພຽງແຕ່ຍ້ອນ ສ.ເກົາຫຼີ ແມ່ນຄູ່ຮ່ວມມືຍຸດທະສາດຂອງຫວຽດນາມ ເທົ່ານັ້ນ, ຫາກສິ່ງສໍາຄັນກວ່າໝູ່ແມ່ນລັດຖະບານຫວຽດນາມ ຮັບຮູ້ໄດ້ວ່າຕ້ອງການປ່ຽນແປງໃໝ່ກົນໄກການຄຸ້ມຄອງ, ການບໍລິຫານ, ວິທີການເຮັດວຽກ, ການຄົ້ນຄວ້າເພື່ອນໍາເອົາຜົນງານວິທະຍາສາດ ແລະເຕັກໂນໂລຢີເຂົ້າສູ່ລວງເລິກຢ່າງແຮງ. ແນ່ນອນວ່າສະພາບແວດລ້ອມແຫ່ງການເຮັດວຽກຂອງ ສ.ເກົາຫຼີ ໝູນໃຊ້ເຂົ້າສູ່ ຫວຽດນາມ ຈະພົບປະກັບຄວາມຫຍຸ້ງຍາກຫຼາຍຢ່າງ, ຂ້າພະເຈົ້າປາດຖະໜາວ່າພະນັກງານ, ນັກຄົ້ນຄ້ວາຂອງສະຖາບັນທຸກຄົນມີສະຕິຮັບຮູ້ໄດ້ພາລະກໍາຂອງຕົນຜ່ານຜ່າຄວາມຫຍຸ້ງຍາກ, ປະກອບສ່ວນເຂົ້າໃນພາລະກິດປ່ຽນແປງໃໝ່ວິທະຍາສາດ ແລະເຕັກໂນໂລຢີເວົ້າສະເພາະ ແລະຫວຽດນາມ ເວົ້າລວມ. ຂ້າພະເຈົ້າຫວັງວ່າຈະໄດ້ຮັບຂໍ້ສະເໜີ, ສະເໜີແນະຫຼາຍຢ່າງໃຫ້ລັດຖະບານຫວຽດນາມ. ຂ້າພະເຈົ້າມີຄວາມເຊື່ອໝັ້ນວ່າສະຖາບັນຈະພັດທະນາ, ປະກອບສ່ວນເພີ່ມທະວີການຮ່ວມມືຍຸດທະສາດສອງຊາດກວ່າອີກ, ທ່ານ ຫວູດຶກດາມ ໄດ້ເນັ້ນໜັກ.

leftcenterrightdel
ທ່ານ ຫວູດຶກດາມ ຮອງນາຍົກລັດຖະມົນຕີຫວຽດນາມ ພ້ອມກັບບັນດາຜູ້ແທນປະຕິບັດພິທີເລີ່ມເຄື່ອນໄຫວສະຖາບັນວິທະຍາສາດ ແລະເຕັກໂນໂລຢີຫວຽດນາມ - ສ.ເກົາຫຼີ. ພາບ: ລາຢູຍ

ທີ່ພິທີ, ທ່ານ ຈູງອກແອງ ລັດຖະມົນຕີກະຊວງວິທະຍາສາດ ແລະເຕັກໂນໂລຢີ ໄດ້ສົ່ງຄໍາຂອບໃຈເຖິງບັນດາອົງການຝ່າຍ ສ.ເກົາຫຼີ ທີ່ໄດ້ໜູນຊ່ວຍເລື່ອງສ້າງຕັ້ງ V-KIST ແລະໃຫ້ຄໍາໝັ້ນສັນຍາຈະສ້າງເງື່ອນໄຂທຸກຢ່າງເພື່ອໃຫ້ສະຖາບັນປະຕິບັດໜ້າທີ່ເຊິ່ງລັດຖະບານຫວຽດນາມ ມອບໝາຍໃຫ້. ສ່ວນຝ່າຍ ສ.ເກົາຫຼີ, ທ່ານ He Lee Hyuk ມີຄວາມເຊື່ອໝັ້ນວ່າ, ດ້ວຍຂອບຂະໜາດແມ່ນໂຄງການຊ່ວຍເຫຼືອຫຼ້າໃຫຍ່ທີ່ສຸດຂອງ ສ.ເກົາຫຼີ, ເລື່ອງ V-KIST ເມື່ອເຂົ້າເຄື່ອນໄຫວຈະຊຸກຍູ້ການຮ່ວມມືວິທະຍາສາດ ແລະເຕັກໂນໂລຢີລະຫວ່າງສອງປະເທດ, ພ້ອມທັງຕອບສະໜອງຄວາມຮຽກຮ້ອງຕ້ອງການພັດທະນາຂອງຫວຽດນາມ.

ທີ່ພິທີ, ທ່ານ ປອ Dongwha, ຫົວໜ້າສະຖາບັນ V-KIST ໄດ້ລາຍງານແຜນການເຄື່ອນໄຫວ ແລະຄຸ້ມຄອງດ້ວຍວິໄສທັດນໍາ V-KIST ກາຍເປັນຜູ້ປະກອບມາດຕະການເຕັກໂນໂລຢີເພື່ອໃຫ້ບັນດາວິສາຫະກິດກວມເອົາຕະຫຼາດຢູ່ ຫວຽດນາມ.

ໃນໂອກາດນີ້ V-KIST ໄດ້ລົງນາມໃນບົດບັນທຶກຂໍ້ຕົກລົງກັບສະຖາບັນວິທະຍາສາດ ແລະເຕັກໂນໂລຢີ ສ.ເກົາຫຼີ, ລົງນາມໃນບົດບັດທຶກຊ່ວຍຈໍາກັບມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ, ພະແນກວິທະຍາສາດ ແລະເຕັກໂນໂລຢີຮ່າໂນ້ຍ, ກຸ່ມບໍລິສັດໂທລະຄົມມະນາຄົມກອງທັບ Viettel ແລະບໍລິສັດຫຸ້ນສ່ວນ Traphaco ກ່ຽວກັບການຮ່ວມມືພັດທະນາເຕັກໂນໂລຢີ, ບໍາລຸງສ້າງການຫັນເປັນການຄ້າ, ເປັນພື້ນຖານໃຫ້ແກ່ການຜັນຂະຫຍາຍບັນດາການເຄື່ອນໄຫວລະອຽດໃນໄລຍະຈະມາເຖິງ.

 

ແປໂດຍ: ເກື່ອງດັ້ງ