ຕອນບ່າຍວັນທີ 31 ຕຸລາ, ຢູ່ສໍານັກງານນາຍົກລັດຖະມົນຕີ, ກ່າວຄໍາເຫັນທີ່ການຕ້ອນຮັບບັນດານັກລົງທຶນຂອງກຸ່ມບໍລິສັດ AB InBev (ລາຊະອານາຈັກ ແບນຊິກ) ໂດຍທ່ານ Carlos Brito, ຜູ້ອຳນວຍການໃຫຍ່ກຸ່ມບໍລິສັດນໍາໜ້າ, ທ່ານນາຍົກລັດຖະມົນຕີຫວຽດນາມ  ຫງວຽນຊວນຟຸກ ເນັ້ນໜັກວ່າ, ຫວຽດນາມ ຊົມເຊີຍ, ຍິນດີຕ້ອນຮັບບັນດາວິສາຫະກິດແບນຊິກ ເວົ້າລວມ ແລະກຸ່ມບໍລິສັດ AB InBev ເວົ້າສະເພາະມາລົງທຶນເຂົ້າຫວຽດນາມ ຫຼາຍກວ່າອີກ.

leftcenterrightdel
ທ່ານນາຍົກລັດຖະມົນຕີຫວຽດນາມ  ຫງວຽນຊວນຟຸກ ຕ້ອນຮັບທ່ານ Carlos Brito, ຜູ້ອຳນວຍ ການໃຫຍ່ກຸ່ມບໍລິສັດ AB InBev (ລາຊະອານາຈັກ ແບນຊິກ). ພາບ: TTXVN

ທ່ານນາຍົກລັດຖະມົນຕີ  ຫງວຽນຊວນຟຸກ ຊີ້ແຈ້ງວ່າ, ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະການຮ່ວມມືຫຼາຍດ້ານລະຫວ່າງຫວຽດນາມ ແລະແບນຊິກ ພວມຢູ່ໃນທ່າພັດທະນາຢ່າງຕັ້ງໜ້າ, ຫຼາຍຮູບຫຼາຍແບບ ແລະແທດຈິງກັບຫຼາຍຂອບເຂດການຮ່ວມມື. ທ່ານນາຍົກລັດຖະມົນຕີ  ຫງວຽນຊວນຟຸກ ຕີລາຄາວ່າ, ບັນດາວິສາຫະກິດ ຫວຽດນາມ ແລະສະຫະພາບເອີລົບ, ໃນນັ້ນມີແບນຊິກ, ມີການພົວພັນສະໜິດສະໜົມທີ່ສຸດ. ປະຈຸບັນ, ລັດຖະບານ ຫວຽດນາມ ພວມມານະພະຍາຍາມຍູ້ແຮງການສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່ຕາມທິດພັດທະນາແບບຍືນຍົງ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດໂປ່ງໃສ, ສະດວກກວ່າອີກ, ພ້ອມທັງຍູ້ແຮງຫັນບັນດາລັດວິສາຫະກິດເປັນຫຸ້ນສ່ວນ. ຫວຽດນາມ ຊົມເຊີຍ, ຍິນດີຕ້ອນຮັບບັນດາວິສາຫະກິດ ແບນຊິກ ເວົ້າລວມ ແລະກຸ່ມບໍລິສັດ AB InBev ເວົ້າສະເພາະເປີດກວ້າງການລົງທຶນເຂົ້າຫວຽດນາມ, ເປັນຕົ້ນແມ່ນໃນບັນດາຂົງເຂດເໝາະສົມກັບລະດັບບູລິມະສິດ ແລະທ່າແຮງຂອງສອງຝ່າຍ. ທ່ານນາຍົກລັດຖະມົນຕີ  ຫງວຽນຊວນຟຸກ ມີຄວາມເຊື່ອໝັ້ນວ່າ,  ກຸ່ມບໍລິສັດ AB InBev ຈະປະສົບຜົນສໍາເລັດຢູ່ຫວຽດນາມ ແລະບູລິມະສິດນໍາໃຊ້ບັນດາແຫຼ່ງວັດຖຸດິບ, ແຫຼ່ງຊັບພະຍາກອນມະນຸດຂອງທ້ອງຖິ່ນ.

ທ່ານນາຍົກລັດຖະມົນຕີ  ຫງວຽນຊວນຟຸກ ຢັ້ງຢືນວ່າ, ຫວຽດນາມຖືເປັນສໍາຄັນທີ່ສຸດການພັດທະນາການພົວພັນກັບ ອີຢູ; ຖືເປັນສໍາຄັນບົດບາດບັນດາວິສາຫະກິດ FDI ແລະເນັ້ນໜັກເຖິງຄວາມໂປ່ງໃສໃນການດຳເນີນທຸລະກິດແມ່ນຫຼັກການສໍາຄັນທີ່ສຸດ. ລັດຖະບານ ຫວຽດນາມ ກໍ່ໃຫ້ຄຳໝັ້ນສັນຍາກ່ຽວກັບຄວາມໝັ້ນຄົງມະຫາພາກ, ຕະຫຼາດການເງິນ, ຮັກສາມູນຄ່າເງິນໃຫ້ໝັ້ນຄົງ.

ທ່ານ Carlos Brito, ຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ AB InBev ໄດ້ຕີລາຄາສູງຕະຫຼາດ ຫວຽດນາມ ກັບບັນດາທ່າແຮງຄືມີຄວາມດຶງດູດສູງ, ເຕີບໂຕໄວ, ຈຳນວນປະຊາກອນຫຼາຍ, ກຸ່ມຜູ້ມີລາຍຮັບສະເລ່ຍເພີ່ມໄວ. ດ້ວຍບົດຮຽນໃນການພັດທະນາເຄື່ອງໝາຍການຄ້າຫຼາຍຢ່າງ, ກຸ່ມບໍລິສັດຍາມໃດກໍ່ມີຄວາມເອົາໃຈໃສ່ ແລະຈະມານະພະຍາຍາມຮ່ວມມືນໍາບັນດາເຄື່ອງໝາຍການຄ້າ ຫວຽດນາມ ອອກສູ່ຕະຫຼາດໂລກ. ທ່ານ Carlos Brito ກໍ່ສະແດງຄວາມປາດຖາໜາຢາກທໍາມາຫາກິນຍາວນານ, ຍືນຍົງ, ໂປ່ງໃສຢູ່ຫວຽດນາມ.

 

ແປໂດຍ: ກວຽດເຕີມ