ເຂົ້າຮ່ວມກອງປະຊຸມມີຜູ້ແທນບັນດາອົງການຈັດຕັ້ງສະຫະກອນ ແລະອົງການຜູ້ຕາງໜ້າຊາວກະສິກອນລະດັບຊາດ ທີ່ມາຈາກ 10 ປະເທດອາຊີ; ຄະນະເສດຖະກິດສູນກາງ, ກະຊວງກະສິກໍາ ແລະພັດທະນາຊົນນະບົດ, ກະຊວງແຜນການ ແລະການລົງທຶນ, ສູນກາງສະມາຄົມຊາວກະສິກອນຫວຽດນາມ...

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: ວັນຈູງ.

ດ້ວຍຫົວຂໍ້: “ບົດບາດຂອງບັນດາອົງການຈັດຕັ້ງຮ່ວມມືຊາວກະສິກອນ ແນໃສ່ແກ້ໄຂບັນດາສິ່ງທ້າທາຍຈາກການປ່ຽນແປງດິນຟ້າອາກາດສໍາລັບຊາວກະສິກອນອາຊີ”, ທີ່ກອງປະຊຸມ, ນອກຈາກການແລກປ່ຽນ, ແບ່ງປັນບົດຮຽນກ່ຽວກັບການແກ້ໄຂບັນດາສິ່ງທ້າທາຍຈາກການປ່ຽນແປງດິນຟ້າອາກາດສໍາລັບຂະແໜງກະສິກໍາ, ຊາວກະສິກອນອາຊີ, ບັນດາຜູ້ແທນຍັງສຸມໃສ່ປຶກສາຫາລືບົດຮຽນໃນການພັດທະນາສະຫະກອນກະສິກໍາ ຕິດພັນກັບລະບົບມູນຄ່າ; ນໍາໃຊ້ເຕັກໂນໂລຢີສູງໃນການພັດທະນາກະສິກໍາ ແລະສະຫະກອນກະສິກໍາ; ພັດທະນາຮູບແບບ “ໜຶ່ງຕາແສງ/ບ້ານມີໜຶ່ງຜະລິດຕະພັນ (OCOP)”, ເສີມຂະຫຍາຍທ່າແຮງຂອງທ້ອງຖິ່ນ ແລະປັບປຸງການຫາເງິນລ້ຽງຊີບໃຫ້ສະມາຊິກສະຫະກອນ...

ໂດຍ: ເຈິ່ນຮວ່ຽນ