ກ່າວຄຳເຫັນຊີ້ນໍາທີ່ການເຮັດວຽກ, ທ່ານ ຫວູດຶກດາມ ໄດ້ຍ້ອງຍໍຊົມເຊີຍ, ຕີລາຄາສູງບັນດາໝາກຜົນເຊິ່ງອົງຄະນະພັກ, ອໍານາດການປົກຄອງ ແລະປະຊາຊົນບັນດາເຜົ່າແຂວງດ້ຽນບຽນ ບັນລຸໄດ້ໃນໄລຍະຜ່ານມາ. ໂດຍແມ່ນແຂວງພູດອຍ, ເງື່ອນໄຂຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງແຕ່ຍ້ອນມີການຮ່ວມແຮງຮ່ວມໃຈກັນ, ເປັນຈິດໜຶ່ງໃຈດຽວ, ມີຄວາມຕັດສິນໃຈສູງສະນັ້ນອົງຄະນະພັກ, ອໍານາດການປົກຄອງ ແລະປະຊາຊົນບັນດາເຜົ່າໃນບໍລິເວນແຂວງ ຈຶ່ງບັນລຸໄດ້ບັນດາໝາກຜົນດີທີ່ສຸດໃນບັນດາຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການພົວພັນຕ່າງປະເທດ, ລາຍຮັບສະເລ່ຍຕໍ່ຫົວຄົນ, ການສຶກສາ, ສາທາລະນະສຸກ, ພິເສດແມ່ນໃນຂົງເຂດການທ່ອງທ່ຽວ.

leftcenterrightdel
ທ່ານ ຫວູດຶກດາມ  ກ່າວຄຳເຫັນຊີ້ນໍາທີ່ການເຮັດວຽກ. ພາບ: ສໍານັກຂ່າວສານຫວຽດນາມ.

ຕີລາຄາສູງຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວຂອງແຂວງດ້ຽນບຽນ ແມ່ນໃຫຍ່ຫຼວງທີ່ສຸດ, ທ່ານ ຫວູດຶກດາມ  ເນັ້ນໜັກວ່າ, ເລື່ອງພັດທະນາການທ່ອງທ່ຽວຢູ່ແຂວງດ້ຽນບຽນ  ຄວນເອົາໃຈໃສ່ເສີມຂະຫຍາຍບັນດາຄຸນຄ່າປະຫວັດສາດ, ປັດໄຈຕົ້ນກໍາເນີດຂອງປະຫວັດສາດ, ເມື່ອບູລະນະປະຕິສັງຂອນບັນດາເຂດປູຊະນີຍະສະຖານປະຫວັດສາດຄວນເອົາໃຈໃສ່, ຍົກສູງຈິດໃຈເຄົາລົບນັບຖືປະຫວັດສາດ, ມີການເຂົ້າຮ່ວມຂອງບັນດາກະຊວງ, ຂະແໜງການຂັ້ນສູນກາງ ແລະທ້ອງຖິ່ນ.

ໂດຍ: ທະນາພອນ