leftcenterrightdel
ທ່ານ ຫວູດຶກດາມ ຮອງນາຍົກລັດຖະມົນຕີຫວຽດນາມ ກ່າວຄໍາເຫັນຊີ້ນໍາທີ່ກອງປະຊຸມສຳມະນາ. ພາບ: qdnd.vn.

ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານ ຫວູດຶກດາມ ໄດ້ຕີລາຄາສູງກອງປະຊຸມສຳມະນາ, ຖືວ່ານີ້ແມ່ນການເຄື່ອນໄຫວຢ່າງແທດຈິງ, ທີ່ມີຄວາມໝາຍສໍາຄັນທີ່ສຸດໃນການຊີ້ນໍາ, ນໍາພາ, ສືບຕໍ່ປະຕິບັດມະຕິຂອງຄະນະບໍລິຫານງານສູນກາງພັກກ່ຽວກັບການສ້າງວັດທະນະທໍາຄົນຫວຽດນາມໃຫ້ດີ ເພື່ອຕອບສະໜອງຄວາມຕ້ອງການພັດທະນາປະເທດແບບຍືນຍົງ; ພ້ອມທັງຖືວ່າ, ໃນວຽກງານໂຄສະນາກ່ຽວກັບມາດຕະຖານດ້ານວັດທະນະທຳ, ສື່ມວນຊົນບໍ່ພຽງແຕ່ສ່ອງແສງເຫດການເທົ່ານັ້ນ ຫາກຍັງຕ້ອງມີການໄຈ້ແຍກ, ຍົກອອກຂໍ້ສະເໜີແນະທີ່ມີລັກສະນະກຳນົດທິດ. ເພື່ອປະຕິບັດໄດ້ສິ່ງນີ້ໃຫ້ໄດ້, ແມ່ນຕ້ອງມີການປະສານສົມທົບລະຫວ່າງສື່ມວນຊົນກັບບັນດານັກຄົ້ນຄວ້າ, ບັນດາກະຊວງ, ຂະແໜງການ ຄື: ກະຊວງວັດທະນະທຳ, ກິລາ ແລະທ່ອງທ່ຽວ; ກະຊວງສຶກສາ ແລະກໍ່ສ້າງ; ກະຊວງຖະແຫຼງຂ່າວ ແລະສື່ສານ...  ທ່ານ ຫວູດຶກດາມ ເນັ້ນໜັກວ່າ, ເລື່ອງສ້າງພື້ນຖານວັດທະນະທໍາທີ່ດີຈະຊ່ວຍໃຫ້ປະເທດພັດທະນາແບບຍືນຍົງ. ຍ້ອນເຫດນັ້ນ, ສື່ມວນຊົນຄວນສະຕິຢ່າງຈະແຈ້ງກ່ຽວກັບບົດບາດຂອງຕົນ.

ໂດຍ: ເຈິ່ນຮວ່ຽນ