ປີ 2019, ຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ວາງອອກ 6 ເນື້ອໃນຈຸດສຸມ ແລະ 9 ມາດຕະການໃຫ້ແກ່ການເຄື່ອນໄຫວຂອງແນວໂຮມປະເທດຊາດທຸກຂັ້ນ. ຕາມນັ້ນແລ້ວ, ແນວໂຮມປະເທດຊາດຫວຽດນາມຂັ້ນຕ່າງໆໄດ້ສຸມໃສ່ເຂົ້າໃນບັນດາເນື້ອໃນຈຸດສຸມ, ຄື: ຈັດຕັ້ງກອງປະຊຸມໃຫຍ່ແນວໂຮມປະເທດຊາດຫວຽດນາມທຸກຂັ້ນ ແລະກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດແນວໂຮມປະເທດຊາດຫວຽດນາມ ຄັ້ງທີ IX; ຍົກສູງປະສິດທິຜົນການໂຄສະນາ, ປຸກລະດົມຂົນຂວາຍ, ເຕົ້າໂຮມປະຊາຊົນທຸກຊັ້ນວັນນະ, ປັບປຸງ ແລະເສີມຂະຫຍາຍກໍາລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ...

leftcenterrightdel
ທ່ານ ເຈິ່ນແທັງເໝິນ, ເລຂາທິການສູນກາງພັກ, ປະທານຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ເປັນປະທານກອງປະຊຸມ. ພາບ: mattran.org.vn.

ກ່າວຄໍາເຫັນສະຫຼຸບກອງປະຊຸມ, ທ່ານ ເຈິ່ນແທັງເໝິນ ໄດ້ເນັ້ນໜັກວ່າ: ແນວໂຮມປະເທດຊາດຂັ້ນຕ່າງໆຄວນສືບຕໍ່ປ່ຽນແປງໃໝ່ການເຄື່ອນໄຫວ, ແກ້ໄຂຄວາມຫຍຸ້ງຍາກ, ເພີ່ມທະວີການພົບປະແລກປ່ຽນ, ຮຽນຮູ້ປະສົບການຈາກບັນດາຮູບແບບທີ່ເປັນແບບຢ່າງເພື່ອຍູ້ແຮງບັນດາບັ້ນປຸກລະດົມ, ຂະບວນການຕ່າງໆ ໂດຍແນວໂຮມປະເທດຊາດ ຈັດຕັ້ງ ແລະມີບັນດາກິດຈະກຳຈຸດສຸມເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດແນວໂຮມປະເທດຊາດຫວຽດນາມ ຄັ້ງທີ IX; ອາຍຸການ 2019-2024; ພ້ອມທັງສຸມໃສ່ເຂົ້າໃນບັນດາລາຍການຕິດຕາມກວດກາ, ຕີລາຄາຄຸນນະພາບຕາມທິດມີຈຸດສຸມ, ຈຸດໜັກ...

ໂດຍ: ກວຽດເຕິມ