ຕາມສະຖິຕິ, ແຕ່ວັນທີ 9 ກຸມພາ ມາຮອດປະຈຸຸບັນ, ແຕ່ລະມື້ມີປະຊາຊົນພາຍໃນປະເທດປະມານ 2000 ຄົນ ແລະພາຫະນະຕ່າງໆມາເຮັດລະບຽບການອອກເມືອງ, ເຂົ້າເມືອງ, ໃນນັ້ນມີກວ່າ 1000 ຄົນເຮັດລະບຽບການອອກເມືອງ ໄປຍັງລາວ ຢູ່ດ່ານສາກົນລາໄລ. ຜູ້ອອກແຮງງານຫວຽດນາມ ໄປທຳມາຫາກິນຢູ່ລາວ ໂດຍສຸມໃສ່ບັນດາຂະແໜງອາຊີບ ຄື: ກໍ່ສ້າງ, ຂຸດຄົ້ນບໍ່ແຮ່, ຄ້າຂາຍ, ປູກກາເຟ, ຕົ້ນຢາງພາລາ.

leftcenterrightdel
ຕຳຫຼວດແຂວງກວາງຈິ້ ສ້າງທຸກເງື່ອນໄຂສະດວກໃຫ້ປະຊາຊົນອອກເມືອງ ໄປທຳມາຫາກິນໃນຍາມຕົ້ນປີໃໝ່. ພາບ: nhandan.com.vn.

ເພື່ອແນໃສ່ຮັບໃຊ້ໃຫ້ປະຊາຊົນຢ່າງທັນການ, ຕຳຫຼວດແຂວງກວາງຈິ້ ແລະທະຫານຊາຍແດນ ຢູ່ບັນດາດ່ານຊາຍແດນຕ້ອງເພີ່ມເວລາປະຈຳການເຮັດລະບຽບການອອກເມືອງໃຫ້ພໍ່ແມ່ປະຊາຊົນທີ່ເດີນທາງໄປລາວ. ຕາມການຄາດຄະເນຂອງອົງການກ່ຽວຂ້ອງ ໃຫ້ຮູ້ວ່າ, ນັບແຕ່ນີ້ໄປຈົນໝົດເດືອນ ກຸມພາ ແລະຕົ້ນເດືອນ ມີນາ ປີ 2019, ຊາວຜູ້ອອກແຮງງານຫວຽດນາມ ມາເຮັດລະບຽບການອອກເມືອງຢູ່ບັນດາດ່ານຊາຍແດນແຂວງກວາງຈິ້ ເພື່ອໄປທຳມາຫາກິນຢູ່ລາວ ຈະເພີ່ມຂຶ້ນ, ສະນັ້ນບັນດາອົງການໄດ້ເພີ່ມທະວີກຳລັງ, ຈັດແບ່ງພະນັກງານເຮັດລະບຽບການໃຫ້ພໍ່ແມ່ປະຊາຊົນ.

ໂດຍ: ສົມເພັດ