ກ່າວຄໍາເຫັນທີ່ການເຮັດວຽກ, ທ່ານ ຫງວຽນຊວນເກື່ອງ ໄດ້ຊົມເຊີຍບັນດາວິສາຫະກິດພັດທະນາການນໍາໃຊ້ເຕັກໂນໂລຢີສູງໃນການຜະລິດປາຈາ. ທ່ານ ຫງວຽນຊວນເກື່ອງ ເນັ້ນໜັກວ່າຖ້າເຕັກໂນໂລຢີດັ່ງກ່າວໄດ້ຜັນຂະຫຍາຍຢ່າງຮອບດ້ານ, ຄົບຊຸດຈະແກ້ໄຂ້ໄດ້ບັນຫາສໍາຄັນຢູ່ປະຈຸບັນ ແລະໃນອະນາຄົດຂອງຂະແໜງປາຈາ, ນັ້ນແມ່ນປາພັນ ແລະສິ່ງແວດລ້ອມນໍ້າ, ປະກອບສ່ວນຍົກສູງມູນຄ່າປາຈາຂອງຫວຽດນາມ ໃນປະຈຸບັນ.

leftcenterrightdel
ທ່ານ ຫງວຽນຊວນເກື່ອງ ໄປສໍາຫຼວດຢູ່ບໍລິສັດຫຸ້ນສ່ວນລົງທຶນ ແລະພັດທະນານາໆຊາດ I.D.I. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ ຫງວຽນຊວນເກື່ອງ ຢືນຢັນວ່າ ດ້ວຍຈຳນວນພົນລະເມືອງ ເກືອບ 100 ລ້ານຄົນ ແລະນັກທ່ອງທ່ຽວປະມານ 20-25 ລ້ານຄົນໃນແຕ່ລະປີ, ຫວຽດນາມ ແມ່ນຕະຫຼາດທີ່ມີຄວາມສາມາດບົ່ມຊ້ອນສຳລັບຂະແໜງປາຈາ. ເພື່ອຍົກສູງມູນຄ່າໃຫ້ຂະແໜງປາຈາ, ປະກອບສ່ວນປົກປັກຮັກສາສິ່ງແວດລ້ອມ, ທ່ານ ຫງວຽນຊວນເກື່ອງ ກໍສະເໜີບັນດາວິສາຫະກິດສືບຕໍ່ຄົ້ນຄວ້າ ແລະທົດລອງບັນດາຮູບແບບລ້ຽງປາຈາ, ປະກອບສ່ວນຍົກສູງກໍາໄລໃຫ້ວິສາຫະກິດ.

ໂດຍ: ຈາງຫງວຽນ