ເປັນຄັ້ງທີສອງມີຄວາມເປັນກຽດເປັນເຈົ້າພາບຈັດຕັ້ງ, ປີທ່ອງທ່ຽວແຫ່ງຊາດ 2018 ຮ້າລອງ - ກວ໋າງນີງ ດ້ວຍຫົວຂໍ້ “ຮ້າລອງ - ມໍລະດົກ, ສິ່ງມະຫັດສະຈັນ - ສະຖານທີ່ທ່ອງທ່ຽວຈັບອົກຈັບໃຈ” ໄດ້ສ້າງຂີດໝາຍ ສຳຄັນຫລາຍຢ່າງ.

ນັກທ່ອງທ່ຽວບໍ່ພຽງແຕ່ມີຄວາມປະທັບໃຈກ່ຽວກັບຄວາມງາມຂອງທິວທັດທຳມະຊາດ, ຄວາມຮັກແພງແຂກຄົນ ແລະໃກ້ຊິດສະຫນິດສະຫນົມຂອງ ຊາວ ຮ້າລອງ - ກວ໋າງນີງ ເທົ່ານັ້ນ ຫາກຜ່ານ 50 ເຫດການໂດຍ ແຂວງກວ໋າງນີງ ຈັດຕັ້ງພ້ອມກັບກວ່າ 40 ເຫດການຈັດຂຶ້ນຢູ່ 15 ແຂວງ, ນະຄອນໃນທົ່ວປະເທດ ໄດ້ເຮັດໃຫ້ນັກທ່ອງທ່ຽວມີຄວາມຈັບອົກຈັບໃຈ ດ້ວຍບັນດາບໍລິການທ່ອງທ່ຽວທີ່ເຕັມໄປດ້ວຍສີສັນວັດທະນະທຳຂອງຊາດ. ກ່າວຄຳເຫັນທີ່ພິທີອັດ, ທ່ານ ຫງວຽນງອກທ້ຽນ ຫົວຫນ້າຄະນະຊີ້ນຳປີ ທ່ອງທ່ຽວແຫ່ງຊາດເນັ້ນຫນັກວ່າ:

leftcenterrightdel
ພິທີອັດປີທ່ອງທ່ຽວແຫ່ງຊາດ 2018 ຮ້າລອງ - ກວ໋າງນີງ. ພາບ:nhandan.com.vn

“ດ້ວຍເກືອບ 100 ເຫດການ, ການເຄື່ອນໄຫວວັດທະນະທຳກິລາ ທ່ອງທ່ຽວການຄ້າ, ປີທ່ອງທ່ຽວແຫ່ງຊາດ 2018 ຮ້າລອງ - ກວ໋າງນີງ ໄດ້ຈັດຕັ້ງສຳເລັດຜົນ, ບັນລຸປະສິດທິຜົນສູງນັບທັງການລົງທຶນ, ການພັດ ທະນາຜະລິດຕະພັນທ່ອງທ່ຽວ, ສົ່ງເສີມການໂຄສະນາ, ດຶງດູດນັກທ່ອງທ່ຽວ ທັງພາຍໃນປະເທດ ແລະຕ່າງປະເທດ. ບັນດາຄວາມມານະພະຍາຍາມ ຂອງບັນດາແຂວງ, ນະຄອນພິເສດແມ່ນແຂວງ ກວ໋າງນີງ ໄດ້ປະກອບ ສ່ວນຍົກສູງຄຸນນະພາບ, ຫັນຜະລິດຕະພັນທ່ອງທ່ຽວເປັນຫລາຍ ຮູບຫລາຍແບບ, ດຶງດູດນັກທ່ອງທ່ຽວຢູ່ພາຍໃນປະເທດ ແລະ ຕ່າງປະເທດມາຢ້ຽມຢາມຫວຽດນາມ ນັບມື້ນັບຫລາຍຂຶ້ນ.”    

ແຫຼ່ງຄັດຈາກ: vovworld.vn