leftcenterrightdel
ພິທີມອບ-ຮັບ ບົດປະພັນ ໂຮ່ຈິມິນ ນິພົນເລືອກເຟັ້ນ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄໍາເຫັນທີ່ພິທີ,  ສຈ. ປອ ຫງວຽນຊວນຖັ໋ງ ໃຫ້ຮູ້ວ່າ, ປີ 2014, ພັກ ແລະລັດຖະບານສອງປະເທດຫວຽດນາມ - ລາວ ໄດ້ຕົກລົງຜັນຂະຫຍາຍໂຄງການ “ຮຽບຮຽງ ແລະແປປື້ມ ໂຮ່ຈິມິນ ນິພົນເລືອກເຟັ້ນຈາກພາສາຫວຽດນາມ ເປັນພາສາລາວ” ແລະມອບໃຫ້ສະຖາບັນການເມືອງແຫ່ງຊາດໂຮ່ຈິມິນ ແລະສະຖາບັນການເມືອງ ແລະການປົກຄອງແຫ່ງຊາດລາວ ສົມທົບກັນປະຕິບັດ. ມາຮອດປະຈຸບັນ, ໄດ້ແປສຳເລັດໂດຍພື້ນຖານແລ້ວ 15 ເຫຼັ້ມ ແລະຈໍາໜ່າຍໄດ້ເຫຼ້ັມທີ 1, 2, 4, 5, 6, 7 ແລະ 8, ພ້ອມທັງສືບຕໍ່ແປ, ກວດແກ້, ປະເມີນຜົນ, ພິມຈໍາໜ່າຍບັນດາເຫຼ້ັມທີ່ຍັງເຫຼືອ ແລະແປ “ວັດຈະນານຸກົມ ໂຮ່ຈິມິນ ວິທະຍາ” ຕາມແຜນການທີ່ໄດ້ວາງອອກ.  

ຕາມທ່ານ ຫງວຽນຊວນຖັ໋ງ ແລ້ວ, ໂຄງການ “ຮຽບຮຽງ ແລະແປປື້ມ ໂຮ່ຈິມິນ ນິພົນເລືອກເຟັ້ນ” ແລະ “ວັດຈະນານຸກົມ ໂຮ່ຈິມິນ ວິທະຍາ” ຈາກພາສາຫວຽດນາມ ເປັນພາສາລາວ ແມ່ນມີຄວາມໝາຍພິເສດ, ເພື່ອແນໃສ່ຊາບຊຶມເນື້ອໃນຈິດໃຈມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກກອມມູນິດຫວຽດນາມ ແລະກອງປະຊຸມໃຫຍ່ X ຂອງພັກປະຊາຊົນປະຕິວັດລາວ ໃນການຢັ້ງຢືນແນວຄິດປະທານ ໂຮ່ຈິມິນ ແລະແນວຄິດປະທານ ໄກສອນ ພົມວິຫານ ແມ່ນພື້ນຖານດ້ານແນວຄິດ, ເຂັມທິດໃຫ້ແກ່ການປະຕິວັດຫວຽດນາມ ແລະການປະຕິວັດລາວ; ພ້ອມທັງແມ່ນຫຼັກຖານທີ່ມີຊີວິດຊິວາໃຫ້ແກ່ການຮ່ວມມືຮອບດ້ານ, ເລິກເຊິ່ງ, ລະອຽດ, ແທດຈິງ ແລະມີປະສິດທິຜົນຢູ່ທຸກຂົງເຂດລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດຫວຽດນາມ-ລາວ.

ໂດຍ: ເກື່ອງດັ້ງ