ໃນລາຍການ, ສະຫະພັນແຮງງານແຂວງໄດ້ມອບຂອງຂວັນບຸນເຕັດ 400 ພູດ ໃຫ້ແກ່ສະມາຊິກກຳມະບານ, ຜູ້ອອກແຮງງານທີ່ມີສະພາບຄອບຄົວຫຍຸ້ງຍາກ ແລະຫັກເງິນຈຳນວນ 1,5 ຕື້ດົ່ງເພື່ອໜູນຊ່ວຍສະມາຊິກກຳມະບານ 42 ຄົນເພື່ອກໍ່ສ້າງ ແລະສ້ອມແປ່ງເຮືອນຢູ່.

leftcenterrightdel
ທ່ານຮອງປະທານສະພາແຫ່ງຊາດ ອວງຈູລິວ ເຂົ້າຮ່ວມລາຍການຕ້ອນຮັບບຸນເຕັດປີ 2019. ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄຳເຫັນທີ່ພິທີ, ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ ອວງຈູລິວ ໄດ້ຕີລາຄາສູງຄວາມມານະພະຍາຍາມຂອງກຳມະກອນ, ຜູ້ອອກແຮງງານ, ບັນດາວິສາຫະກິດ ແລະຂະແໜງການຕ່າງໆທີ່ມີໜ້າທີ່ຮັບຜິດຊອບໃນແຂວງໄດ້ບັນລຸບັນດາຜົນງານທີ່ດີເດັ່ນ. ເສີມຂະຫຍາຍນ້ຳໃຈດັ່ງກ່າວ, ກຳມະກອນ, ຜູ້ອອກແຮງງານ, ວິສາຫະກິດ ແລະບັນດາຂະແໜງການທີ່ມີໜ້າທີ່ຮັບຜິດຊອບໃນແຂວງຄວນພະຍາຍາມຫຼາຍກວ່າອີກໃນປີ 2019, ຜ່ານນັ້ນ, ກໍ່ເພື່ອຍົກສູງຊີວິດການເປັນຢູ່ຂອງກຳມະກອນ, ຜູ້ອອກແຮງງານ,   ພ້ອມທັງສ້າງວຽກເຮັດງານທຳໃຫ້ແກ່ຜູ້ອອກແຮງງານໃນບໍລິເວນແຂວງແທງຮ໊ວາ.

ແຫຼ່ງຄັດຈາກ: vovworld.vn