ເຂົ້າຮ່ວມວັນບຸນດັ່ງກ່າວຍັງມີຜູ້ຕາງໜ້າພໍ່ແມ່ທີ່ໃຫ້ການຊ່ວຍເຫຼືອອຸປະຖໍາ ແລະນັກຮຽນ, ນັກສຶກສາກໍາປູເຈຍ ແມ່ນລູກບຸນທໍາກວ່າ 30 ຄົນ, ເຂົາເຈົ້າໄດ້ພ້ອມກັນແບ່ງປັນຄວາມຕື້ນຕັນໃຈ, ອາລົມຈິດ, ການເຄົາລົບນັບຖືເຊິ່ງກັນ ແລະກັນໃນຕະຫຼອດເວລາທີ່ມີຄວາມຜູກພັນນຳກັນ, ພ້ອມກັນແບ່ງປັນ,  ຮັກແພງກັນ ແລະອຸ້ມຊູ້ຊ່ວຍເຫຼືອ ເຊິ່ງກັນ ແລະກັນ.

leftcenterrightdel
ລາຍການພົບປະແລກປ່ຽນກັບບັນດານັກຮຽນ, ນັກສຶກສາກໍາປູເຈຍ ແລະພໍ່ແມ່ທີ່ໃຫ້ການຊ່ວຍເຫຼືອອຸປະຖໍາ ຢູ່ຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

ຂະບວນການ “ເພີ່ມພູນຄູນສ້າງນໍ້າໃຈມິດຕະພາບ” ເຊິ່ງສູນກາງສະມາຄົມມິດຕະພາບ ຫວຽດນາມ-ກໍາປູເຈຍ ປຸກລະດົມນັບແຕ່ປີ 2012 ແມ່ນເພື່ອແນໃສ່ໜູນຊ່ວຍ, ຊ່ວຍເຫຼືອນັກຮຽນ, ນັກສຶກສາກໍາປູເຈຍ ທີ່ພວມຮໍ່າຮຽນຢູ່ຫວຽດນາມ. ຜ່ານການຜັນຂະຫຍາຍມາເປັນເວລາ 5 ປີ, ຂະບວນການໄດ້ຮັບຄວາມເອົາໃຈໃສ່ຢ່າງເລິກເຊິ່ງຈາກການນໍາຫວຽດນາມຂັ້ນຕ່າງໆ.

ໂດຍ: ທູຈາງ