leftcenterrightdel
ລາຍການສະແດງສິລະປະຕ້ອນຮັບ. ພາບ: ຮຸ່ງຄວາ.

ເວທີປາໄສມີການເຂົ້າຮ່ວມຂອງຜູ້ແທນ 160 ຄົນ. ບັນດາຜູ້ແທນຈະພ້ອມກັນປຶກສາຫາລືກ່ຽວກັບບັນດາເນື້ອໃນ ຄື: ບົດຮຽນກ່ຽວກັບການເລີ່ມທຸລະກິດໃນຂະແໜງກະສິກໍາເຕັກໂນໂລຢີສູງ, ກາລະໂອກາດ  ແລະສິ່ງທ້າທາຍໃນການເລີ່ມທຸລະກິດໃນຂະແໜງກະສິກໍາເຕັກໂນໂລຢີສູງ... ໃນຂອບເຂດເວທີປາໄສ, ບັນດາຜູ້ແທນຈະໄປທັດສະນະສຶກສາຕົວຈິງຢູ່ບາງຮູບແບບວິສາຫະກິດກະສິກໍາເຕັກໂນໂລຢີສູງ, ຊອກຮູ້ກ່ຽວກັບວັດທະນະທໍາ, ທັດສະນີຍະພາບຢູ່ນະຄອນໂຮ່ຈິມິນ ແລະແຂວງດົ່ງທາບ.

leftcenterrightdel
ຜູ້ແທນເຂົ້າຮ່ວມເວທີປາໄສ. ພາບ: ຮຸ່ງຄວາ.

ເວທີປາໄສແມ່ນກາລະໂອກາດເພື່ອໃຫ້ນັກທຸລະກິດໜຸ່ມຂອງບັນດາປະເທດ ອາຊຽນ+3 ພົບປະແລກປ່ຽນ, ສ້າງຄວາມໄວ້ເນື້ອເຊື່ອໃຈເປັນພື້ນຖານເພື່ອຊຸກຍູ້ການຮ່ວມມືດ້ານການຄ້າໃນພາກພື້ນ, ພ້ອມທັງເຊື່ອມຕໍ່ເນື້ອໃນການເລີ່ມທຸລະກິດກ່ຽວຂ້ອງໃນຂົງເຂດກະສິກໍາເຕັກໂນໂລຢີສູງ. ຜ່ານນ້ັນ, ເຊີດຊູບົດບາດຂອງກໍາລັງນັກທຸລະກິດໜຸ່ມໃນການນໍາໜ້າປະຕິບັດບັນດາຄາດໝາຍສ້າງປະຊາຄົມເສດຖະກິດອາຊຽນ ເວົ້າສະເພາະ ແລະປະກອບສ່ວນເຂົ້າໃນການສ້າງປະຊາຄົມອາຊຽນພັດທະນາແບບຍືນຍົງເວົ້າລວມ.

ໂດຍ: ທູຈາງ