leftcenterrightdel
ພາບປະກອບຈາກ: hanoimoi.com.vn.

ບ້ວງເງິນຊ່ວຍເຫຼືອລວມມີທຶນກູ້ຢືມນະໂຍບາຍດ້ວຍມູນຄ່າ 88,6 ລ້ານໂດລາສະຫະລັດ ເຊິ່ງຊ່ວຍສະໜອງໜູນຊ່ວຍງົບປະມານໃຫ້ແກ່ກະຊວງສາທາລະນະສຸກ ໃນວິວັດທະນາການຜັນຂະຫຍາຍບັນດາການປະຕິຮູບໃນທົ່ວປະເທດໃນບັນດາຂົງເຂດສຳຄັນ ຄື: ການຄຸ້ມຄອງການລົງທຶນພາກລັດ, ສະໜອງບໍລິການການແພດ, ຍົກສູງຄຸນນະພາບຖັນແຖວພະນັກງານການແພດໃນເຄືອຂ່າຍສົ່ງເສີມສຸຂະພາບຢູ່ຮາກຖານ. ພ້ອມກັນນັ້ນ, ຍັງມີທຶນຊ່ວຍເຫຼືອລ້າດ້ວຍມູນຄ່າ 12 ລ້ານໂດລາສະຫະລັດ ຈະເພີ່ມເຕີມໃຫ້ບັນດາການປະຕິຮູບນີ້ ຜ່ານການປະຕິບັດທົດລອງບັນດາຮູບແບບສະໜອງບໍລິການການແພດຢູ່ 12 ເມືອງຂຶ້ນກັບ 6 ແຂວງທີ່ມີອັດຕາສ່ວນຄອບຄົວທຸກຍາກສູງ, ມີຫຼາຍຊົນເຜົ່າສ່ວນໜ້ອຍ ແລະບໍ່ໄດ້ຮັບປະກັນຄວາມປອດໄພດ້ານການແພດ.

ໂດຍ: ທູຈາງ