ສອງຝ່າຍໄດ້ພ້ອມກັນຕີລາຄາກ່ຽວກັບການເຄື່ອນໄຫວຮ່ວມມືດ້ານວິຊາສະເພາະໃນໄລຍະນັບແຕ່ປີ 2015. ໂດຍລະອຽດ, ບັນດາຮາກຖານການແພດແຖວໜ້າຂອງນະຄອນ Leipzig (ເຢຍລະມັນ) ໄດ້ມີການເຄື່ອນໄຫວຮ່ວມມື, ຖ່າຍຖອດເຕັກນິກດ້ານການແພດສາດໃໝ່, ຝຶກອົບຮົມກ່ຽວກັບບັນດາຂະແໜງສະເພາະຟິຊິກປິ່ນປົວພະຍາດ-ຟື້ນຟູອະໄວຍະວະ, ຜ່າຕັດດັດແປງ ແລະຕົບແຕ່ງ, ມະເຮັງຢູ່ໂຮງໝໍເສນາຮັກ 175; ພະນັກງານ, ແພດໝໍຈໍານວນໜຶ່ງຂອງໂຮງໝໍເສນາຮັກ 175 ໄດ້ເຂົ້າຮ່ວມບັນດາຊຸດຝຶກອົບຮົມໄລຍະສັ້ນຢູ່ນະຄອນ Leipzig.

leftcenterrightdel
ສອງຝ່າຍແລກປ່ຽນບົດບັນທຶກຊ່ວຍຈໍາການຮ່ວມມື. ພາບ: ບ໊າວມິງ.

ຄະນະແພດໝໍ, ນັກຊ່ຽວຊານການແພດນະຄອນ Leipzig ໄດ້ຊອກຮູ້, ຢ້ຽມຊົມບັນດາໂຄງການ, ພື້ນຖານໂຄງລ່າງຂອງໂຮງໝໍເສນາຮັກ 175 ແລະສະແດງຄວາມປາດຖະໜາຢາກພ້ອມກັບໂຮງໝໍເສນາຮັກ 175 ຍູ້ແຮງການຮ່ວມມືໃນຫຼາຍດ້ານ, ລົງເລິກຂະແໜງ, ໂດຍສະເພາະຍູ້ແຮງການຖ່າຍຖອດເຕັກນິກດ້ານແພດສາດ, ບໍາລຸງສ້າງແພດໝໍ, ອັບເດັດບັນດາຄວາມຮູ້ໃໝ່, ແລກປ່ຽນດ້ານວິຊາການ, ວິຊາສະເພາະ.

ໂດຍ: ທູຈາງ