ກ່າວຄໍາເຫັນທີ່ເວທີປາໄສ, ທ່ານ ຫງວຽນຊວນຟຸກ ຊີ້ແຈ້ງວ່າ, ຫວຽດນາມ ແລະກໍາປູເຈຍ ແມ່ນສະມາຊິກຂອງອາຊຽນ, ໃນຂອບເຂດປະຊາຄົມເສດຖະກິດອາຊຽນ ໄດ້ມີຫຼາຍຂໍ້ກໍານົດທີ່ສ້າງຄວາມສະດວກເປີດປະຕູຕະຫຼາດໃຫ້ແກ່ເງິນທຶນ, ສິນຄ້າ, ຄົນງານ, ການບໍລິການ, ບັນດາວິສາຫະກິດຄວນໝູນໃຊ້ບັນດາຄວາມສະດວກນີ້. ລັດຖະບານຫວຽດນາມ ຍາມໃດກໍ່ສະໜັບສະໜູນ, ສ້າງທຸກເງື່ອນໄຂ, ໜູນຊ່ວຍເພື່ອໃຫ້ບັນດາວິສາຫະກິດຫວຽດນາມ ລົງທຶນຢູ່ກໍາປູເຈຍ, ດໍາເນີນທຸລະກິດ. ທ່ານ ຫງວຽນຊວນຟຸກ ກໍ່ຕັກເຕື່ອນບັນດາວິສາຫະກິດຫວຽດນາມ, ຄຽງຄູ່ກັບຜົນປະໂຫຍດໃນການດໍາເນີນທຸລະກິດ, ຄວນເອົາໃຈໃສ່ເປັນພິເສດເຖິງການບໍາລຸງສ້າງ, ຖ່າຍທອດເຕັກໂນໂລຢີໃຫ້ຄູ່ຮ່ວມມືກໍາປູເຈຍ, ປະຕິບັດການເຄື່ອນໄຫວທາງສັງຄົມ, ເອົາໃຈໃສ່ເຖິງປະຊາຄົມ ແລະປົກປັກຮັກສາສິ່ງແວດລ້ອມເປັນຢ່າງດີ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານ Samdech Techo Hun Sen ນາຍົກລັດຖະມົນຕີກໍາປູເຈຍ ພ້ອມກັນເຂົ້າຮ່ວມເວທີປາໄສວິສາຫະກິດ ຫວຽດນາມ-ກໍາປູເຈຍ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ Samdech Techo Hun Sen ໃຫ້ຮູ້ວ່າ, ກໍາປູເຈຍ ພວມປະຕິບັດນະໂຍບາຍພັດທະນາອຸດສາຫະກໍາ ໄລຍະ 2015-2025 ເພື່ອປະຕິບັດຍຸດທະສາດເຕີບໂຕໃໝ່. ພ້ອມກັນນັ້ນແມ່ນຍູ້ແຮງການປະຕິຮູບລະບຽບການບໍລິຫານ; ຊຸກຍູ້ການລົງທຶນພື້ນຖານໂຄງລ່າງ ຄື: ທ່າກໍາປັ່ນທະເລນໍ້າເລິກ, ທາງດ່ວນ, ທາງຫຼວງເຊື່ອມຕໍ່ກັບບັນດາທ່າກໍາປັ່ນ ແລະບັນດາປະເທດບ້ານໃກ້ເຮືອນຄຽງ. ກວ່າ 1 ທົດສະວັດຜ່ານມາ, ກໍາປູເຈຍ ໄດ້ມີການປ່ຽນແປງຢ່າງຕັ້ງໜ້າທາງດ້ານເສດຖະກິດ-ສັງຄົມ. ລັດຖະບານກໍາປູເຈຍ ກໍ່ພວມປັບປຸງກົດໝາຍສະບັບຕ່າງໆກ່ຽວຂ້ອງເຖິງການລົງທຶນ ແລະຮັບຮອງເອົາກົດໝາຍວ່າດ້ວຍເຂດເສດຖະກິດຈໍາເພາະ,  ພ້ອມທັງຈະຫັນລະບົບພາສີ ແລະພາສີອາກອນເປັນທັນສະໄໝ, ສົ່ງເສີມນະຄອນສະຫຼາດ, ບໍາລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ...

ໂດຍ: ທູຈາງ