ພ້ອມທັງ, ຫຼຸດຜ່ອນອັດຕາສົ່ງອອກສິນຄ້າວັດຖຸດິບ, ເຊື້ອເພີງ ແລະຊັບພະຍາກອນໂລຫະ. ນີ້ແມ່ນຂໍ້ມູນຂ່າວສານໄດ້ຍົກອອກມາທີ່ເວທີປາໄສ “ການຮ່ວມມືເສດຖະກິດການຄ້າ ຫວຽດນາມ - ຈີນ 2018” ໂດຍຫ້ອງການການຄ້າ ແລະອຸດສາຫະກຳ ຫວຽດນາມ (VCCI) ສົມທົບກັບສະມາຄົມສົ່ງເສີມການຄ້າສາກົນຈີນ (CCPIT China) ຈັດຕັ້ງຢູ່ນະຄອນ ໂຮ່ຈິມິນ ໃນວັນທີ 5 ທັນວາ.

leftcenterrightdel
ພາບປະກອບຈາກ:vietnambiz.vn.

ເວທີປາໄສ “ການຮ່ວມມືເສດຖະກິດການຄ້າຫວຽດນາມ - ຈີນ 2018” ແມ່ນການເຄື່ອນໄຫວບໍ່ນອນໃນເປົ້າໝາຍສ້າງເງື່ອນໄຂໃຫ້ປະຊາຄົມສອງປະເທດໄດ້ອັບເດັດຂໍ້ມູນຂ່າວກ່ຽວກັບການຄ້າ ແລະການລົງທຶນ. ພ້ອມທັງ, ພົບປະ ແລະຊອກຫາຄູ່ຮ່ວມມືຍາວນານ, ປະກອບສ່ວນຊຸກຍູ້ການພົວພັນການຄ້າ, ການລົງທຶນ… ລະຫວ່າງຫວຽດນາມ ແລະຈີນ ໃນໄລຍະຈະມາເຖິງ.

ປັດຈຸບັນ, ຈີນ ແມ່ນຄູ່ຮ່ວມມືດ້ານການຄ້າໃຫຍ່ຂອງຫວຽດນາມ ແລະຫວຽດນາມ ກໍ່ແມ່ນຄູ່ຮ່ວມມືການຄ້າໃຫຍ່ຂອງຈີນ ໃນອາຊຽນ ແລະແມ່ນຄູ່ຮ່ວມມືການຄ້າໃຫຍ່ອັນດັບທີ 8 ຂອງຈີນ ໃນໂລກ. ຍອດວົງເງິນການຄ້າ 2 ສົ້ນລະຫວ່າງຫວຽດນາມ ແລະ ຈີນ ໃນ 10 ເດືອນຂອງປີ 2018 ບັນລຸເກືອບ 86,7 ຕື້ USD, ເພີ່ມຂຶ້ນ 13,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2017.

ແຫຼ່ງຄັດຈາກ: vovworld.vn