leftcenterrightdel
ທ່ານ ຫງວຽນແອງຕວ໋ນ, ຫົວໜ້າສະຖາບັນຄົ້ນຄວ້າພັດທະນາການທ່ອງທ່ຽວ ກ່າວຄໍາຫັນທີ່ກອງປະຊຸມສໍາມະນາ. ພາບ: ຢ້ຽວຖຸ໋ຍ.

ກອງປະຊຸມສໍາມະນາປະກອບສ່ວນຕີລາຄາບົດບາດຂອງການທ່ອງທ່ຽວໃນການເຕີບໂຕດ້ານເສດຖະກິດຫວຽດນາມ ແລະໂລກ, ຜ່ານນັ້ນເຫັນໄດ້ຄວາມໝາຍທີ່ຫຼັກແຫຼ່ງ ແລະທັດສະນະຢ່າງຄົບຖ້ວນ, ຊັດເຈນກວ່າກ່ຽວກັບບົດບາດຂອງການທ່ອງທ່ຽວ ໃນວິວັດການສ້າງໂຄງປະກອບເສດຖະກິດຄືນໃໝ່ຕາມທິດທັນສະໄໝ, ເປັນພື້ນຖານໃຫ້ການວາງແຜນກໍານົດນະໂນບາຍພັດທະນາການທ່ອງທ່ຽວ, ສ້າງບັນດາຍຸດທະສາດເສດຖະກິດ, ວາງແຜນພັດທະນາການທ່ອງທ່ຽວ. ທີ່ກອງປະຊຸມສໍາມະນາ, ບັນດານັກຮຽນຮູ້, ນັກວິທະຍາສາດ, ນັກຊ່ຽວຊານ, ນັກຄຸ້ມຄອງ... ກໍ່ສະເໜີແນະບັນດາມາດຕະການຊຸກຍູ້ການພັດທະນາການທ່ອງທ່ຽວໃຫ້ກາຍເປັນຂະແໜງເສດຖະກິດປາຍແຫຼມຢ່າງແທ້ຈິງ, ຕອບສະໜອງຄວາມຮຽກຮ້ອງຕ້ອງການເຊື່ອມໂຍງ ແລະແກ່ງແຍ້ງກັບສາກົນ.

ໂດຍ: ທູຈາງ