ກ່າວຄໍາເຫັນໄຂກອງປະຊຸມສໍາມະນາ, ທ່ານນາງ Caitlin Wiesen, ຜູ້ອໍານວຍການລະດັບຊາດໂຄງການພັດທະນາ ສປຊ ຢູ່ຫວຽດນາມ ເນັ້ນໜັກວ່າ, ຫວຽດນາມ ໄດ້ກາຍເປັນສະມາຊິກຂອງ 7/9 ສົນທິສັນຍາພື້ນຖານກ່ຽວກັບສິດທິມະນຸດ ແລະບາງອະນຸສັນຍາຂອງບັນດາສົນທິສັນຍານີ້. ທ່ານນາງ Caitlin Wiesen ຖືວ່າ, ວິວັດທະນາການປະຕິບັດບົດລາຍງານນີ້ແມ່ນກາລະໂອກາດເພື່ອໃຫ້ ຫວຽດນາມ ຫວນຄືນບັນດາໝາກຜົນທີ່ບັນລຸໄດ້ ກໍ່ຄືເພື່ອໃຫ້ຫວຽດນາມ ກໍານົດຂົງເຂດຄວນສືບຕໍ່ໄດ້ຮັບການປັບປຸງ, ພ້ອມທັງປ້ອງກັນສໍາເລັດບົດລາຍງານກ່ຽວກັບການປະຕິບັດສົນທິສັນຍາຂອງ ສປຊ ກ່ຽວກັບການຕ້ານທໍລະມານ ໃນເດືອນພະຈິກ ຈະມາເຖິງ.

leftcenterrightdel
ບັນຍາກາດທີ່ກອງປະຊຸມສໍາມະນາ. ພາບ: baocongan.gov.vn.

ທີ່ກອງປະຊຸມສໍາມະນາ, ບັນດາຜູ້ແທນໄດ້ປະກອບຄໍາຄິດເຫັນກ່ຽວກັບເນື້ອໃນທີ່ຄວນລາຍງານໃນບົດກ່າວຄໍາເຫັນຂອງຫົວໜ້າ ຄະນະປະຕິບັດງານລະຫວ່າງຂະແໜງຂອງຫວຽດນາມ ຕໍ່ໜ້າຄະນະກໍາມະການຕ້ານທໍລະມານຂອງ ສປຊ, ກໍ່ຄືບັນດາເນື້ອໃນທີ່ຄາດຄະເນຈະມີຄຳຕອບ ເຊິ່ງກ່ຽວຂ້ອງເຖິງວິວັດທະນາການປະຕິບັດສົນທິສັນຍາແນໃສ່ປັບປຸງສໍານວນປ້ອງກັນບົດລາຍງານຂອງຫວຽດນາມ ໃຫ້ສົມບູນແບບ.

ໂດຍ: ທູຈາງ