leftcenterrightdel
ທະນາຄານໂລກ ຍົກການຄາດຄະເນການເຕີບໂຕເສດຖະກິດຫວຽດນາມ ເພີ່ມຂຶ້ນ 6,8% ໃນປີ 2018. ພາບ: enternews.vn

ບົດລາຍງານອັບເດດເສດຖະກິດພາກພື້ນອາຊີຕາເວັນອອກ - ປາຊີຟິກ ກໍ່ສະແດງໃຫ້ເຫັນວ່າ, ພື້ນຖານເສດຖະກິດຫວຽດນາມ ສືບຕໍ່ບັນລຸໄດ້ໝາກຜົນທີ່ດີ ຍ້ອນວ່າເສດຖະກິດທົ່ວໂລກໄດ້ຟື້ນຟູແບບຍືນຍົງ ແລະບັນດາການປະຕິຮູບພາຍໃນປະເທດພວມໄດ້ຮັບການປະຕິບັດ. WB ຄາດຄະເນວ່າ, ການເຕີບໂຕ GDP ຂອງຫວຽດນາມ ຈະບັນລຸປະມານ 6,8% ໃນປີ 2018, ສູງກວ່າເມື່ອທຽບໃສ່ 6,5% ໃນການຄາດຄະເນເມື່ອເດືອນເມສາ 2018, ຈະຢຸດສະງັກຢູ່ລະດັບ 6,6% ໃນປີ 2019 ແລະ 6,5% ໃນປີ 2020. ເຖິງຢ່າງໃດກໍ່ຕາມ, ໄປຄຽງຄູ່ກັບແງ່ຫວັງການປົວແປງນັ້ນ, ກ່ອນອື່ນໝົດແມ່ນບັນດາຄວາມສ່ຽງທັງຢູ່ພາຍໃນ, ຕ່າງປະເທດ ແລະບັນດາສິ່ງທ້າທາຍໄລຍະຍາວ. ບັນດານັກວາງແຜນກຳນົດນະໂຍບາຍ ຄວນໝູນໃຊ້ສະພາບແວດລ້ອມເສດຖະກິດສະດວກຢ່າງສຸດຂີດ ເພື່ອຍູ້ແຮງບັນດານະໂຍບາຍເພີ່ມຄວາມສາມາດໃນການຮັບມືກ່ຽວກັບເສດຖະກິດມະຫາພາກ ແລະສ້າງພື້ນຖານໃຫ້ແກ່ການເຕີບໂຕແບບຍືນຍົງໃນອະນາຄົດ.

ໂດຍ: ທູຮັ່ງ