leftcenterrightdel
ທ່ານ ເຈືອງຮວ່າບິ່ງ ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມສຳມະນາ. ພາບ: baochinhphu.vn.

ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານ ເຈືອງຮວ່າບິ່ງ ໄດ້ລາຍງານສະພາບການພັດທະນາເສດຖະກິດຂອງຫວຽດນາມ ດ້ວຍລະດັບເຕີບໂຕ ປີ 2017 ບັນລຸ 6,81%, ແມ່ນລະດັບສູງທີ່ສຸດຂອງໄລຍະ 2011-2017. ທ່ານ ເຈືອງຮວ່າບິ່ງ ກໍ່ໄດ້ແນະນຳກ່ຽວກັບສະພາບແວດລ້ອມດຳເນີນທຸລະກິດ, ການລົງທຶນ, ຂອບຂະໜາດ ແລະກຳລັງແຮງບົ່ມຊ້ອນດ້ານເສດຖະກິດ; ລະດັບເຊື່ອມໂຍງເຂົ້າກັບສາກົນ, ການປະຕິຮູບຂອງຫວຽດນາມເພື່ອເໝາະສົມກັບສະພາວະການໃໝ່, ໂດຍສະເພາະແມ່ນການປະຕິວັດອຸດສາຫະກຳ 4.0.

leftcenterrightdel
ບັນຍາກາດທີ່ກອງປະຊຸມສຳມະນາ. ພາບ: baochinhphu.vn.

ເນັ້ນໜັກເຖິງການພົວພັນມິດຕະພາບ ແລະການຮ່ວມມືທີ່ເປັນມູນເຊື້ອຫວຽດນາມ-ໂປໂລຍ ທີ່ພວມພັດທະນາຢ່າງຕັ້ງໜ້າ, ໃນສະພາວະສັນຍາການຄ້າເສລີ ຫວຽດນາມ-ສະຫະພາບເອີລົບ (EVFTA) ໃກ້ຈະໄດ້ຮັບການລົງນາມ, ທ່ານ ເຈືອງຮວ່າບິ່ງ ໄດ້ຮຽກຮ້ອງ ແລະສົ່ງເສີມບັນດາວິສາຫະກິດ ໂປໂລຍ ແລະຫວຽດນາມ ຮ່ວມກັນກະກຽມບັນດາແຜນການລົງທຶນເຂົ້າຂົງເຂດຕ່າງໆເຊິ່ງສອງຝ່າຍມີຄວາມສົນໃຈ, ພິເສດແມ່ນສິ່ງແວດລ້ອມ, ກະສິກຳ, ປຸງແຕ່ງສະບຽງອາຫານ. ທ່ານ ເຈືອງຮວ່າບິ່ງ ເນັ້ນໜັກວ່າ, ລັດຖະບານຫວຽດນາມ ກໍ່ສົ່ງເສີມວິສາຫະກິດຫວຽດນາມ ຮ່ວມມືລົງທຶນຢູ່ ໂປໂລຍ ໃນບັນດາຂົງເຂດ ຄື: ເຕັກໂນໂລຢີຂໍ້ມູນຂ່າວສານ, ການຜະລິດສິນຄ້າໃຊ້ສອຍເພື່ອສຳຜັດກັບຕະຫຼາດໂປໂລຍ ແລະບັນດາປະເທດ ອີຢູ.

ໂດຍ: ແສງເພັດ