leftcenterrightdel
ພາບປະກອບຈາກ kpl.gov.la

ໃນຈຳນວນ 71 ພື້ນຖານ​ເສດຖະກິດ​ໄດ້​ມີ​ການ​ວິ​ເຄາະ​ຈາກ​ບົດ​ລາຍ​ງານ, 18 ພື້ນຖານ​ເສດຖະກິດໄດ້​ຖືກ​ຕີ​ລາຄາ​ແມ່ນບັນລຸ​ໝາກຜົນໂດດ​ເດັ່ນ. ​ຕາມ​ນັ້ນ, 7 ພື້ນຖານ​ເສດຖະກິດ, ​ລວມຍອດ​ຜະລິດ​ຕະພັນ (GDP) ໄດ້ຂະຫຍາຍຕົວສະ​ເລ່ຍຕໍ່​ຫົວ​ຄົນຫລາຍ​ກວ່າ 3,5% ​ໃນ​ຮອບ 50 ປີ ​ແລະ 11 ພື້ນຖານ​ເສ​ດຖະກິດ​ມີ​ລະດັບ​ການຂະຫຍາຍຕົວ​ວ່ອງ​ໄວ​ທ່ີ​ສຸດໃນ​ໄລຍະ​ສັ້ນໂດຍບັນລຸ​ລະດັບ 5% ຕໍ່​ປີໃນ​ໄລຍະ 20 ປີຜ່ານມາເຊັ່ນ: ອາ​ແຊກ​ໄບຊານ, ​ເບ​ລາຣຸດຊີ, ກຳປູ​ເຈຍ, ອິນ​ເດຍ, ສປປ ລາວ, ມຽນມາ, ຫວຽດນາມ ​ແລະອື່ນໆ. ທ່ານ​ນາງ​ ອາ​ນູມາ​ກາ​ຄາ ຮອງຜູ້ອຳນວຍການ​ທ່ີ​ປຶກສາ​ຍຸດ​ທະ​ສາດ​ທຸລະ​ກິດ​ສາກົນ ກ່າວ​ວ່າ ພື້ນຖານ ​ເສດຖະກິດ​ເກີດ​​ໃໝ່ກວມ​ເອົ​າປະມານ 2/3 ຂອງ​ການ​ເຕີບ​ໃຫຍ່ GDP ​ໃນ​ໂລກ ​ແລະຫລາຍ​ກວ່າ​ເຄິ່ງໜ່ຶງຂອງ​ລະດັບ​ການບໍລິ​ໂພ​ກ​ໃໝ່ໃນ​ໄລຍະ 15 ປີຜ່ານມາ. ​ເຖິງ​ແມ່ນ​ວ່າຜົນງານ​ເສດຖະກິດ​ຂອງ​ແຕ່ລະ​ປະ​ເທດໃນ​ກຸ່ມ​ດັ່ງກ່າວໄດ້​ມີ​ພື້ນຖານ​ແຕກ​ຕ່າງ​ກັນ​ດ້ວຍ​ຫລາຍ​ຮູບ​ແບບ. ໂດຍ​ສະ​ເພາະ​ຫວຽດນາ​ມ ​ໄດ້​ມີ​ການ​ປ່ຽນ​ແປງ​ໃໝ່ດ້ານເຕັກ​ໂນ​ໂລ​ຊີ​ເຮັດ​​ໃຫ້​ກຳລັງ​ການ​ຜະລິດ​ມີ​ການປັບປຸງ​ຂຶ້ນ, ​ເພີ່ມ​ຄວາມ​ແກ້ງ​​ແຍ້ງ ​ແລະອື່ນໆ. ສະ​ນັ້ນຫວຽດນາມ ຄວນ​ນຳ​ໃຊ້​ທ່າ​ແຮງ​ດັ່ງກ່າວ ​ເພື່ອ​ປະຕິວັດອຸດສາຫະກຳ​ຍຸກທີ 4.

ເນື້ອໃນ: ຂປລ