ໂດຍໄດ້ຮັບຂ່າວວ່າ, ຢູ່ປະເທດເພື່ອນມິດລາວມີໝວດທະຫານຊາຍແດນ ຄໍານາງ ສັງກັດກອງຮ້ອຍທະຫານຊາຍແດນ 215, ກອງບັນຊາການທະຫານແຂວງຫົວພັນ, ສປປ ລາວ ຖືກດິນເຊາະເຈື່ອນ, ປ້ອມປ້ອງກັນຊາຍແດນ ປູ່ຍີ ໄດ້ຈັດກໍາລັງລວມມີພະນັກງານ, ນັກຮົບ 9 ຄົນໄປຊ່ວຍເຫຼືອ, ພ້ອມທັງສົ່ງທັນຍາຫານ, ສະບຽງອາຫານ ແລະເຄື່ອງທີ່ຈຳເປັນຈຳນວນໜຶ່ງໄປໜູນຊ່ວຍກົມກອງຂອງເພື່ອນມິດລາວ.

leftcenterrightdel
ທະຫານຊາຍແດນແຂວງແທງຮວ໋າ ຊ່ວຍເຫຼືອປະຊາຊົນແກ້ໄຂຜົນຮ້າຍຢ້ອນຫຼັງຈາກຝົນຕົກນໍ້າຖ້ວມ. ພາບ: ກວກຕວານ.

ທີ່ເມືອງລາງແຈ໋ງ, ມີພະນັກງານ, ນັກຮົບປ້ອມປ້ອງກັນຊາຍແດນອຽນເຄືອງກວ່າ 40 ຄົນ ໄດ້ຕັ້ງໜ້າເຂົ້າຮ່ວມການຊ່ວຍເຫຼືອປະຊາຊົນຢູ່ບໍລິເວນແກ້ໄຂຜົນຮ້າຍຢ້ອນຫຼັງຈາກດິນເຊາະເຈື່ອນ, ແກ້ໄຂບັນດາບ່ອນດິນເຊາະເຈື່ອນ, ຊ່ວຍຄອບຄົວປະຊາຊົນຂົນສົ່ງເຄື່ອງຂອງ...

 

ໂດຍ: ເກື່ອງດັ້ງ