leftcenterrightdel
ທ່ານນາງ ເຈືອງທິມາຍ ມອບເງິນຈໍານວນ 50.000 ໂດລາສະຫະລັດ ໂດຍບັນດາອະດີດສະມາຊິກຄະນະຜູ້ແທນຫວຽດນາມທີ່ງານມະໂຫລານຊາວໜຸ່ມ, ນັກສຶກສາໂລກຄັ້ງທີ 11 ຢູ່ ກູບາ ບໍລິຈາກໃຫ້ໂຮງຮຽນປະຖົມສຶກສາ “ລຸງໂຮ່” (ກູບາ). ພາບ: vovworld.vn.

ເຂົ້າຮ່ວມ ແລະກ່າວຄໍາເຫັນທີ່ພິທີ, ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ, ປະທານສະມາຄົມມິດຕະພາບຫວຽດນາມ-ກູບາ ເນັ້ນໜັກວ່າປີ 2018 ແມ່ນປີທີ່ມີຫຼາຍເຫດການສໍາຄັນໃນການປັບປຸງ, ຮັດແໜ້ນສາຍພົວພັນມິດຕະພາບຫວຽດນາມ-ກູບາ, ບັນດາກະຊວງ, ຂະແໜງການຂອງສອງປະເທດຄວນປະຕິບັດເປັນຢ່າງດີ, ຍູ້ແຮງບັນດາການເຄື່ອນໄຫວແລກປ່ຽນຄະນະ, ຈັດຕັ້ງບັນດາລາຍການພົບປະແລກປ່ຽນວັດທະນະທໍາ, ປະກອບສ່ວນຮັດແໜ້ນນໍ້າໃຈສາມັກຄີ, ສາຍພົວພັນສະໜິດຕິດພັນລະຫວ່າງປະຊາຊົນ, ຊາວໜຸ່ມຫວຽດນາມ-ກູບາ ກວ່າອີກ.

 

ໂດຍ: ທູຈາງ